登录以查看您的控制台资源

新闻通稿 SEO营销 媒体监测

联系我们

ໄທ ອະນຸມັດເງິນກູ້ຢືມ 12 ຕື້ກວ່າໂດລາສະຫະລັດ ຮັບມືກັບວິກິດພະລັງງານ

发布:5/7/2026 阅读:1

ຂປລ

ຄະນະລັດຖະບານໄທ ໄດ້ອະນຸມັດດຳລັດສຸກເສີນ ກ່ຽວກັບ ການມອບສິດໃຫ້ກະຊວງການເງິນ ສະເໜີຂໍກູ້ຢືມເງິນບໍ່ເກີນ 400 ຕື້ບາດ ຫລື ປະມານ 12 ຕື້ກວ່າໂດລາສະຫະລັດ,ເພື່ອຮັບມືກັບ ວິກິດພະລັງງານ ທີ່ເກີດຈາກການປະທະກັນ ຢູ່ຕາເວັນອອກກາງ ແລະ ເພື່ອຊຸກຍູ້ການຫັນປ່ຽນ ດ້ານພະລັງງານຂອງປະເທດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 5 ພຶດສະພານີ້,ທ່ານ ອະນຸທິນ ຊານວີຣະກຸນ,ນາຍົກ ລັດຖະມົນຕີໄທ ໄດ້ກ່າວວ່າ: ຄະນະລັດຖະບານໄທ ໄດ້ອະນຸມັດດຳລັດສຸກ ເສີນກ່ຽວກັບ ການມອບສິດໃຫ້ກະຊວງການເງິນ ສະເໜີຂໍກູ້ຢືມເງິນບໍ່ເກີນ 400 ຕື້ບາດ ຫລື ປະມານ 12 ຕື້ກວ່າໂດລາສະຫະລັດ,ເພື່ອຮັບມືກັບ ວິກິດພະລັງງານ ທີ່ເກີດຈາກ ການປະທະ ກັນ ຢູ່ຕາເວັນອອກກາງ ແລະ ເພື່ອຊຸກຍູ້ການຫັນປ່ຽນ ດ້ານພະລັງງານຂອງປະເທດ.ທ່ານ ອະນຸທິນ ຊານວີຣະກຸນ ໄດ້ກ່າວຕໍ່ສື່ມວນຊົນ ພາຍຫລັງ ກອງປະຊຸມ ຄະນະລັດຖະບານວ່າ: ການປະທະກັນຢູ່ພາກພື້ນຕາເວັນອອກກາງ ສົ່ງຜົນກະທົບ ຢ່າງໜັກໜ່ວງ ຮຸນແຮງຕໍ່ລາຄາພະລັັງງານ ແລະ ການເຄື່ອນໄຫວທາງເສດຖະກິດຂອງໂລກ. ວິກິດຄັ້ງນີ້ ເລີ່ມຕົ້ນຈາກລາຄາພະລັງງານ,ແຜ່ຂະຫຍາຍໄປເຖິງ ລາຄາອາຫານ ແລະ ພວມເຮັດໃຫ້ຄ່າຄອງຊີບ ຂອງປະຊາຊົນໄທ ສູງຂຶ້ນກວ່າເກົ່າ ຢ່າງຮອບດ້ານ. ສະນັ້ນ,ລັດຖະບານໄທ ຈຳເປັນຕ້ອງດຳເນີນການໃນທັນທີດ້ວຍການປະກາດ ດຳລັດສຸກເສີນ ເພື່ອຮັບມືກັບ ສະພາບການທີ່ເກີດຂຶ້ນ./.

(ບັນນາທິການຂ່າວ:ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们