登录以查看您的控制台资源

新闻通稿 SEO营销 媒体监测

联系我们

ທ່ານ ໂດນັນ ທຣຳ ປະກາດໂຈະການເຄື່ອນໄຫວ “ແຜນການເສລີ” ເປັນການຊົ່ວຄາວ

发布:5/7/2026 阅读:1

ຂປລ

ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່​ບົດ​ຄວາມ ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຈະ​ໂຈະການ​ເຄື່ອນ​ໄຫວ “ແຜນ​ການ​ເສ​ລີ” ທີ່​ ສ.ອາ​ເມ​ລິກາ ​ເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ເພື່ອ “ນຳ​ພາ” ​ກຳ​ປັ່ນ​ທີ່​ຍັງ​ຕິດ​ຄ້າງ​​ຢູ່​ຊ່ອງ​ແຄບ​ຮໍ​ມຸ​ສ ​​ເປັນ​ການ​ຊົ່ວ​ຄາວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່​ບົດ​ຄວາມ ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຈະ​ໂຈະການ​ເຄື່ອນ​ໄຫວ “ແຜນ​ການ​ເສ​ລີ” ທີ່​ ສ.ອາ​ເມ​ລິກາ ​ເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ເພື່ອ “ນຳ​ພາ” ​ກຳ​ປັ່ນ​ທີ່​ຍັງ​ຕິດ​ຄ້າງ​​ຢູ່​ຊ່ອງ​ແຄບ​ຮໍ​ມຸ​ສ ​​ເປັນ​ການ​ຊົ່ວ​ຄາວ.ທ່ານ​ ໂດ​ນັນ ທ​ຣຳ ​ກ່າວ​ວ່າ,“ໂດຍ​ຕອບ​ສະ​ໜອງ​ຕາມຄວາມ​ຮຽກ​ຮ້ອງ​ຂອງ​ປາ​ກິດ​ສະ​ຖານ ແລະ​ ປະ​​ເທດ​ອື່ນໆ”,ທັງ​ເນື່ອງ​ຈາກ ການ​ເຄື່ອນ​ໄຫວ ​ຂອງ​ ສ.ອາ​ເມ​ລິກາ ​ຕໍ່​ອີ​ຣານ​ ໄດ້​ຮັບ “ຜົນ​ສຳ​ເລັດ​ ດ້ານ​ການ​ທະ​ຫານ​ອັນ​ໃຫຍ່ຫລວງ”,ບວກ​ກັບ​ ສ.ອາ​ເມ​ລິ​ກາ​ “ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ ທີ່​ເກີດ​ຂຶ້ນ​ຈາກຮ່ວມ​ກັບ ​ຜູ້​ແທນ ອີ​ຣານ ​​ເພື່ອ​ບັນ​ລຸການ​ເຊັນ​ສັນ​ຍາ ​​ຮອບ​ດ້ານສະ​ບັບ​ສຸດ​ທ້າຍ​”,“ພວກ​ເຮົາ” ບັນ​ລຸ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ວ່າ: ມາດ​ຕະ​ການ​ປິດ​ລ້ອມທາງ​ທະ​ເລ ​ຕໍ່​ທ່າ​ກຳ​ປັ່ນ​ຂອງ​ອີ​ຣານ ຈະ​ “ສືບ​ຕໍ່​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ”,​ສ່ວນ “ແຜນ​ການ​ເສ​ລີ” ​ຈະ​ໂຈະ​ໄວ້ເປັນ​ການ​ຊົ່ວ​ຄາວ,“ເພື່ອ​ສັງ​ເກດ ​ວ່າ​ສັນ​ຍາ​ດັ່ງ​ກ່າວ ​ຈະ​ສາ​ມາດ​ຕົກ​ລົງ ແລະ ລົງ​ນາມ​ໃນ​ທີ່​ສຸດ​ໄດ້ ຫລື ບໍ່”./.

(ບັນນາທິການຂ່າວ:ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们