登录以查看您的控制台资源

新闻通稿 SEO营销 媒体监测

联系我们

ຈີນ ເປີດໃຊ້ ໂຄງການ ກັກເກັບ ໄຮໂດຣເຈນ ໃນຖໍ້າເກືອ ຢ່າງເປັນທາງການ

发布:4/30/2026 阅读:2

ຂປລ

ເມື່ອບໍ່ດົນນີ້ ໂຄງການ ສາທິດ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອຂະໜາດ 1 ລ້ານ ແມັດກ້ອນ ແຫ່ງທຳອິດ ຂອງຈີນ ໄດ້ເປີດໃຊ້ງານ ຢ່າງເປັນທາງການ ໃນເມືອງຜິງຕິ່ງຊານ ແຂວງເຫີຫນານ ທາງພາກກາງ ຂອງ ປະເທດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນນີ້ ໂຄງການ ສາທິດ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອຂະໜາດ 1 ລ້ານ ແມັດກ້ອນ ແຫ່ງທຳອິດ ຂອງຈີນ ໄດ້ເປີດໃຊ້ງານ ຢ່າງເປັນທາງການ ໃນເມືອງຜິງຕິ່ງຊານ ແຂວງເຫີຫນານ ທາງພາກກາງ ຂອງ ປະເທດ,ຖືເປັນ ການຍົກລະດັບ ຕ່ອງໂຊ້ ພະລັງງານ ໄຮໂດເຈນ ຂອງ ຈີນ ໄປສູ່ ໄລຍະໃໝ່ ໃນເຊິງ ອຸດສາຫະກຳ.

ທ່ານ ຫຍາງຊຸນເຫີ ເຈົ້າໜ້າທີ່ ຈາກ ສະຖາບັນ ບັນທິດ ວິສາວະກຳຈີນ ກ່າວໃນພິທີ ເປີດໂຄງການ ເມື່ອບໍ່ດົນມານີ້ວ່າ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອ ເປັນເຕັກໂນໂລຊີ ສຳຄັນ ທີ່ ຈະຊ່ວຍ ແກ້ໄຂ ບັນຫາ ທີ່ ຕິດຂັດ ໃນຂະບວນ ການກັກເກັບ ແລະ ຂົນສົ່ງໄຮໂດຣເຈນ ຂະໜາດໃຫຍ່ ແລະ ສະໜັບສະໜູນ ການສ້າງລະບົບ ພະລັງງານໃໝ່.

ໂຄງການນີ້ ໄດ້ດຳເນີນການ ໂດຍອາໄສ ຊັບພະຍາກອນ ຫີນເກືອ ທີ່ມີຄຸນນະພາບສູງ ຂອງ ບໍລິສັດກັກເກັບແກັສ ແລະ ເຄມີເກືອ ສັງກັດ ບໍລິສັດ ໄຊນ່າ ຜິງເຫມຍ ເສີນຫມ່າ (China Pingmei Shenma) ໂດຍມີ ສະຖາບັນ ກົນລະສາດ ຫີນ ແລະ ດິນ ພາຍໃຕ້ ສະຖາບັນທິດ ວິທະຍາສາດ ຈີນ ເປັນຜູ້ນຳ ຄວາມກ້າວໜ້າ ທາງດ້ານ ເຕັກໂນໂລ ຊີຫລັກ./

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们