登录以查看您的控制台资源

新闻通稿 SEO营销 媒体监测

联系我们

ອິນໂດເນເຊຍ ຈະຢຸດຕິການນໍາເຂົ້ານໍ້າມັນກະຊວນ

发布:4/30/2026 阅读:2

ຂປລ

ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງ ກະສິກຳ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ອິນໂດເນເຊຍ ຈະຢຸດຕິ ນໍາເຂົ້າ ນໍ້າມັນ ກະຊວນ ຕັ້ງແຕ່ວັນທີ 1 ກໍລະກົດ,ເນື່ອງຈາກ ຄຳສັ່ງ ໃຊ້ນໍ້າມັນ ເຊື້ອໄຟ ໄບໂອດີເຊລ ຊະນິດໃໝ່ ບີ-50 (B50) ຈະເລີ່ມ ມີຜົນບັງຄັບໃຊ້.

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ: ເມື່ອບໍ່ດົນມານີ້,ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງ ກະສິກຳ ຂອງ ອິນໂດເນເຊຍ ເປີດເຜີຍວ່າ ອິນໂດເນເຊຍ ຈະຢຸດຕິ ນໍາເຂົ້າ ນໍ້າມັນ ກະຊວນ ຕັ້ງແຕ່ວັນທີ 1 ກໍລະກົດ,ເນື່ອງຈາກ ຄຳສັ່ງ ໃຊ້ນໍ້າມັນ ເຊື້ອໄຟ ໄບໂອດີເຊລ ຊະນິດໃໝ່ ບີ-50 (B50) ຈະເລີ່ມ ມີຜົນບັງຄັບໃຊ້.

ຄຳສັ່ງ ໃຊ້ນໍ້າມັນ ເຊື້ອໄຟ ໄບໂອດີເຊລ ບີ 50 ໄດ້ກຳນົດ ໃຫ້ມີການຜະສົມ ເຊື້ອໄຟ ຊີວະພາບ ທີ່ ຜະລິດຈາກ ນໍ້າມັນປາມ ໃນອັດຕາສ່ວນ 50% ເຂົ້າກັບ ນໍ້າມັນ ດີເຊລ ຈາກ ຟໍສຊີລ ເພື່ອຫລຸດຜ່ອນ ການນໍາເຂົ້າ ເຊື້ອໄຟ ແລະ ເສີມສ້າງ ຄວາມໝັ້ນຄົງ ທາງດ້ານພະລັງງານ.

ນອກຈາກນີ້ ລັດຖະບານ ອິນໂດເນເຊຍ ພວມກຽມ ຄວາມພ້ອມ ໃນການ ຮ່ວມມືກັບ ພີທີພີເອັນ ໄອວີ(PTPN IV) ຊຶ່ງເປັນ ບໍລິສັດ ປູກຝັງ ຂອງ ລັດ ເພື່ອພັດທະນາ ການຜະລິດ ນໍ້າມັນ ແອັດຊັງ ຈາກ ນໍ້າມັນປາມ ໃນໄລຍະເລີ່ມຕົ້ນ ກ່ອນຈະຂະຫຍາຍ ໄປສູ່ ອຸດສາຫະກຳ ຂະໜາດໃຫຍ່./

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们