登录以查看您的控制台资源

新闻通稿 SEO营销 媒体监测

联系我们

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບຊີພີ ອໍລ ລາວ ຈັດກິດຈະກໍາຍົກລະດັບຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

发布:4/30/2026 阅读:3

ຂປລ

ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ,ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ ລາວ ຈໍາກັດ ຈັດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026.

ຂປລ. ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ,ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ ລາວ ຈໍາກັດ ຈັດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1ປີ 2026. ໂດຍມີທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ,ທ່ານ ນາງ ສົມຍາ ລັດສະໝີ ຜູ້ອໍານວຍການຝ່າຍບໍລິຫານ ຂອງບໍລິສັດ ຊີພີ ອໍລ ລາວ ຈໍາກັດ ພ້ອມດ້ວຍຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ,ຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດນີ້,ຜູ້ເຂົ້າຮ່ວມມີໂອກາດໄດ້ຮັບຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫລ່ງທຶນສໍາຫລັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫລາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງ ຂອງຜູ້ປະກອບການທີ່ເປັນຄູ່ຄ້າ ຂອງ 7-Eleven ປະສົບຄວາມສໍາເລັດອີກດ້ວຍ. ກິດຈະກໍານີ້,ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍໃຫ້ສາມາດເຂົ້າເຖິງແຫລ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫລາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ແລະສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ “ເພື່ອປະເທດ ປະຊາຊົນ ແລະ ອົງກອນ” ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ ຢຶດໝັ້ນມາໂດຍຕະຫລອດ ໂດຍສະເພາະການສ້າງອາຊີບຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດເປີດໃຫ້ບໍລິການເມື່ອປີ 2023.

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们