登录以查看您的控制台资源

新闻通稿 SEO营销 媒体监测

联系我们

ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນ (ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 140 ປີ 1 ພຶດສະພາ 1886-1 ພຶດສະພາ 2026)

发布:4/30/2026 阅读:3

ຂປລ

*ໃນ​ປະຫວັດສາດ​ແຫ່ງ​ການ​ກຳ​ເນີ​ດເຕີບໃຫຍ່ຂອງວັນ​ກຳມະກອນ​ສາກົນ ວັນ​ທີ 1 ພຶດສະພາ 1886 ​ ຄົບຮອບ 140 ປີ ເຊິ່ງເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ ສຳລັບຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ,​ເປັນ​ວັນ​ທີ່​ຊົນ​ຊັ້ນ​ກຳມະກອນ​ ໄດ້​ເຕົ້າ​ໂຮມ ​ແລະ ສາມັກຄີກັນ ລຸກ​ຮືຂຶ້ນ​ຕໍ່ສູ້​ຕ້ານ​ການ​ກົດ​ຂີ່​ຂູດ​ຮີດ ເພື່ອ​ທວງ​ເອົາ​ສິດທິ​ພື້ນຖານຂອງ​ພົນລະ​ເມືອງ ​ແລະ ຜົນ​ປະ​ໂຫຍດ ອັນ​ຊອບ​ທຳ​ຂອງ​ຕົນ​ ຈາກ​ພວກ​ນາຍທຶນ.

*ໃນ​ປະຫວັດສາດ​ແຫ່ງ​ການ​ກຳ​ເນີ​ດເຕີບໃຫຍ່ຂອງວັນ​ກຳມະກອນ​ສາກົນ ວັນ​ທີ 1 ພຶດສະພາ 1886 ​ ຄົບຮອບ 140 ປີ ເຊິ່ງເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ ສຳລັບຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ,​ເປັນ​ວັນ​ທີ່​ຊົນ​ຊັ້ນ​ກຳມະກອນ​ ໄດ້​ເຕົ້າ​ໂຮມ ​ແລະ ສາມັກຄີກັນ ລຸກ​ຮືຂຶ້ນ​ຕໍ່ສູ້​ຕ້ານ​ການ​ກົດ​ຂີ່​ຂູດ​ຮີດ ເພື່ອ​ທວງ​ເອົາ​ສິດທິ​ພື້ນຖານຂອງ​ພົນລະ​ເມືອງ ​ແລະ ຜົນ​ປະ​ໂຫຍດ ອັນ​ຊອບ​ທຳ​ຂອງ​ຕົນ​ ຈາກ​ພວກ​ນາຍທຶນ. ໃນ​ທ້າຍ​ສະຕະວັດ​ທີ 18 ຫາ​ ຕົ້ນສະຕະວັດທີ 19 ມີ​ຫລາຍ​ປະ​ເທດໃນ​​ເອີຣົບ ​ແລະ ອາ​ເມ​ລິ​ກາໄດ້ສໍາ​ເລັດ​ການ​ໂຄ່ນ​ລົ້ມ​ ລະບອບ​ສັກດີນາ ​ແລະ ສ້າງ​ຕັ້ງ​ລະບອບນາຍ​ທຶນຂຶ້ນ​ແທນ. ບັນດາ​ປະ​ເທດ​ເຫລົ່າ​ນັ້ນ ຈຶ່ງ​ໄດ້ກ້າວ​ເຂົ້າ​ສູ່ການ​ຜະລິດ​ແບບ​ອຸດສາຫະກໍາ,ກໍ່ສ້າງ​ ​ແລະ ຂະຫຍາຍໂຮງ​ຈັກ,​ໂຮງງານຂຶ້ນ​ຫລາຍ​ແຫ່ງ. ຈາກ​ນັ້ນ,​ຈໍ​ານວນກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ ກໍ​ໄດ້​ເຕີບ​ໃຫຍ່ຂະຫຍາຍ​ຕົວໄປ​ຄຽງ​ຄູ່​ກັບ​ການ​ຜະລິດ​ໃນ​ສັງຄົມ. ຢູ່​ພາຍ​ໃຕ້ການ​ປົກຄອງ ​ຂອງ​ພວກ​ນາຍທຶນ ຊົນ​ຊັ້ນ​ກໍາມະກອນ ຖືກ​ກົດ​ຂີ່​ຂູດ​ຮີດຢ່າງ​ໜັກໜ່ວງ,ຊີວິດ​ການ​ເປັນ​ຢູ່​ ​ນັບ​ມື້​ນັບທຸກ​ຍາກ,ລຳບາກ. ພວກ​ນາຍທຶນ​ ໄດ້​ບັງຄັບ​ໃຫ້​ກຳມະກອນ​ອອກແຮງ​ງານ​ 14 ຫາ 15 ຊົ່ວ​ໂມງ​ຕໍ່​ມື້ ​ແຕ່​​ໄດ້ຄ່າ​ແຮງ​ງານ​ຕໍ່າ​. ​​ ຍ້ອນສາ​ເຫດ​ດັ່ງກ່າວ ຈຶ່ງ​ມີ​ຫລາຍ​ຂະ​ບວນການ​ຂອງ​ກຳມະກອນລຸກ​ຂຶ້ນຕໍ່ສູ້ເຊັ່ນ: ຂະ​ບວນການ​ຕໍ່ສູ້ລຸກ​ຮືຂຶ້ນ ​ຂອງ​ກຳມະກອນເກີດຂຶ້ນ ຄັ້ງ​ທຳ​ອິດແມ່ນຢູ່ ປະ​ເທດອັງກິດ ​ ໃນ​ປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ຕົນເອງ,ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂຶ້ນ ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ,ຊາວຜູ້ອອກແຮງງານ ນັບມື້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ,​​ໃນປີ 1830 ຊຶ່ງ​ເປັນ​ຂະ​ບວນການ​ຕໍ່ສູ້​ ທີ່​ກວ້າງຂວາງ​ທົ່ວ​ປະ​ເທດ ຂອງ​ຊົນ​ຊັ້ນ​ກຳມະກອນ. ຕໍ່ມາຂະ​ບວນການ​ລຸກ​ຮືຂຶ້ນ​ຂອງກຳມະກອນ​ ຢູ່ປະ​ເທດ​ຝຣັ່ງ ເມືອງ ລີ​ອົງ,ໃນປີ 1831​ ​ໃນ​ເບື້ອງຕົ້ນຂະ​ບວນປະ​ທ້ວງ​ແບບ​ສັນຕິ​ ຮຽກ​ຮ້ອງ​ໃຫ້​ເຈົ້າ​ຂອງ​ໂຮ​ງຈັກ,​ໂຮງງານເພີ່ມ​ເງິນ​ເດືອນ,ປັບປຸງ​ເງື່ອນ​ໄຂ​ສະຖານ​ທີ​ເຮັດ​ວຽກ ​ແຕ່​ຖືກ​ຊົນ​ຊັ້ນ​ນາຍທຶນ​ປາບ​ປາມ ​ດ້ວຍການ​ໃຊ້​ປືນ​ຍິງ​ໃສ່ມວນຊົນ. ​ຕໍ່​ເຫດການ​ດັ່ງກ່າວ,​ກຳມະກອນ​ຈຶ່ງ​ຕ້ອງຈັບ​ປືນ​ລຸກ​ຂຶ້ນ​ຕ້ານ​ຄືນ ​ແລະ ຢຶດ​ໄດ້​ຕົວ​ເມືອງ​ເປັນ​ເວລາ​ສາມ​ວັນ. ​ຕໍ່​ມາ​ຂະ​ບວນການ​ດັ່ງກ່າວ​ ໄດ້​ຖືກ​ສະຫລາຍຕົວ ​ຍ້ອນພວກ​ນາຍທຶນ​ປາບ​ປາມ ຢ່າງ​ຮຸນ​ແຮງ. ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫລວງ ຊີກາໂກ້ ຂອງ ປະເທດສະຫະລັດອາເມລິກາ ຊົນ​ຊັ້ນ​ກຳມະກອນ ໄດ້​ມີ​ການ​ຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ມີການເພີ່ມເງິນເດືອນ,ຫລຸດຜ່ອນຊົ່ວໂມງເຮັດວຽກ,ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງງານລຸກ​ຂຶ້ນຕໍ່ສູ້ທວງເອົາສິດຂອງຕົນ. ຂະບວນ​ກຳມະກອນ​ ຢູ່ ປະ​ເທດເຢຍລະ​ມັນ ​ໃນປີ 1884 ໄດ້ມີການລຸກຮືຂຶ້ນ ໃນ​ຂະ​ບວນການປະ​ທ້ວງຂອງກຳມະກອນ​ຕໍ່າ​ແຜ່ນ ເຮັດໃຫ້​ມີ​ຫລາຍ​ຄົນ​ຖືກ​ຈັບ. ​​ຕໍ່​ຂະ​ບວນການ​ດັ່ງກ່າວ ​​ໄດ້​ເປັນເຫດການ​ທາງ​ດ້ານ​ປະ​ຫວັດສາດ ​ທີ່​ຍິ່ງ​ໃຫຍ່​ຂອງ​ຂະ​ບວນການ​ກຳມະກອນ ​ປະ​ເທດເຢຍລະ​ມັນ ​ແລະ ສົ່ງຜົນ​ກະທົບ​ຕໍ່​ຂະບ​ວນການ​ຕໍ່ສູ້ ​ຂອງ​ກໍາມະກອນ ​ຢູ່​ບັນດາ​ປະ​ເທດ​ ເອີຣົບ ​ແລະ ອາ​​ເມ​ລິ​ກາ​ ໃນ​ສັດຕະວັດ ​ທີ 19.

ມາ​ຮອດ​ວັນ​ທີ 1 ພຶດສະພາ 1886 ​ໄດ້ມີເຫດການ ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ປະ​ຫວັດສາດ​ຂອງ​ຂະ​ບວນການ​ກຳມະກອນ​ ປະ​ເທດອາ​ເມ​ລິ​ກາ ແມ່ນ​ການ​ເດີນ​ປະ​ທ້ວງ​ໃຫຍ່ທີ່​ສຸດ. ຂະ​ບວນການ​ດັ່ງກ່າວ​,ໄດ້​ຮຽກ​ຮ້ອງ​ເອົາ​ສິດທິ​ໃນ​ການ​ອອກ​ແຮງ​ງານ​ ມື້ໜຶ່ງ 8 ຊົ່ວ​ໂມງ ​(8 ຊົ່ວ​ໂມງ​ເຮັ​ດ ວຽກ,8 ຊົ່ວ​ໂມງ​​ພັກ​ຜ່ອນ,8 ຊົ່ວ​ໂມງ​ໃຫ້​ໄດ້​ມີ​ໂອກາດ​ໄດ້​ຮໍ່າຮຽນ​​). ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາ ເຊັ່ນ: ນິວຢອກ,ບານຕີມໍ,ວໍຊິງຕັນ,ແລະ ອື່ນໆ,ໄດ້​ດຶງ​ດູດ​ກຳມະກອນ ​ຈຳນວນ 340.000 ພັນ​ຄົນ​ ພ້ອມກັນ​ແຫ່ປະ​ທ້ວງ​ຕາມ​ເສັ້ນທາງ,ພາຍໃຕ້ການນໍາພາຂອງສະຫະພັນແຮງງານອາເມລິກາ ເຖິງ​ວ່າ ການ​ປະ​ທ້ວງ​ຈະ​ຖືກ​ປາບ​ປາມ,ກຳມະກອນ​ຖືກ​ລົ້ມ​ຕາຍ,ຖືກ​ບາດ​ເຈັບ,​ແຕ່​ສຸດ​ທ້າຍ​ຂະ​ບວນການ​ດັ່ງກ່າວ ​ກໍ​ໄດ້​ຮັບ​ໄຊຊະນະ ຢູ່​ບ່ອນວ່າ: ​ໄດ້​ມີ​ກຳມະກອນ ຈຳນວນ 182.000 ຄົນ ​ໄດ້​ເຮັດ​ວຽກ ມື້ໜຶ່ງ 8 ຊົ່ວ​ໂມງ ຫລາຍກວ່າ​ໝູ່​ແມ່ນ ​ກຳມະກອນ​ໃນ​ຂະ​ແໜງ​ກໍ່ສ້າງ. ຈາກຂະ​ບວນການຕໍ່​ສູ້​ດັ່ງກ່າວ,ໃນກອງ​ປະຊຸມ​ໃຫຍ່​ພັກ​ຄອມ​ມູນິດ​ສາກົນ ຄັ້ງທີ 2 ​ທີ່ຈັດ​ຂຶ້ນ​ຢູ່ນະຄອນຫລວງປາຣີ,ປະ​ເທດ​ຝຣັ່ງ​​ ໃນ​ວັນ​ທີ 14 ພຶດສະພາ ປີ 1889 ຈຶ່ງ​ໄດ້​ຮັບຮອງເອົາ ວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ຈົນ​ມາ​ເຖິງ​ປັດຈຸບັນ​ນີ້. ນັບ​ແຕ່​ນັ້ນ​ມາ,ວັນ​ທີ 1 ພຶດສະພາ​ ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່ ​ທີ່​ມີ​ຄວາມ​ໝາຍ​ສຳຄັນຢ່າງ​ຍິ່ງ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ,​ເປັນ​ວັນ​ບຸນ​ມະຫາ​ສາມັກຄີ ທີ່​ຊົນ​ຊັ້ນ​ກຳມະກອນ​ ທີ່ໄດ້​ສະ​ແດງ​ພະລັງ​ແຮງ ທີ່​ເຂັ້ມ​ແຂງຂອງ​ຕົນ ​ແລະ ມີ​ການສະ​ເຫລີ​ມສະຫລອງ​ຢ່າງ​ຄຶກຄື້ນ ​ໃນ​ແຕ່ລະ​ປີຢູ່ຫລາຍປະ​ເທດທົ່ວ​ໂລກ.

ສະເພາະຢູ່ ສປປ ລາວຂອງພວກເຮົາກໍໄດ້ມີການຈັດຕັ້ງສະເຫລີມສະຫລອງ ດ້ວຍການຈັດກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດຟື້ນ,ເຕັມໄປດ້ວຍເນື້ອໃນເລິກເຊິ່ງ,ສະທ້ອນໃຫ້ເຫັນມູນເຊື້ອ ການກໍາເນີດຂອງວັນກໍາມະກອນສາກົນ,ມູນເຊື້ອ-ຜົນງານຂອງຊົນຊັ້ນກໍາມະກອນລາວໃນແຕ່ລະປະຫວັດສາດ,ກໍ່ຄືຜົນງານຂອງອົງການກໍາມະບານລາວຕະຫລອດໄລຍະຜ່ານມາ. ຕະຫລອດ​ໄລຍະຜ່ານມາ ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ອົງການ​ກຳມະບານ​ລາວ​ແຕ່ລະ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ກຳມະກອນ​ໃນ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ທາດ​ແທ້,ລັກສະນະ​ດີ​ເລີດ​ຂອງ​ຊົນ​ຊັ້ນກຳມະກອນ ​ແລະ ມູນ​ເຊື້ອ​ປະຕິວັດ​ອັນ​ດີງາມ​ຂອງ​ຊາດ,ປະຕິບັດ​ສິດ ​ແລະ ພັນທະ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ໃນ​ໄລຍະ​ໃໝ່​ຢ່າງ​ຖືກຕ້ອງ. ປັດຈຸບັນ​ຊົນ​ຊັ້ນກຳມະກອນ​ລາວ​ຢູ່​ຕາມ​ຫົວໜ່ວຍ​ແຮງ​ງານ,​ໂຮງ​ຈັກ,​ໂຮງງານ,ຮາກ​ຖານ​ຕ່າງໆ​ໄດ້​ເປັນ​ເຈົ້າການ​ປະກອບສ່ວນ​ທາງ​ສະຕິ​ປັນຍາ ​ແລະ ກຳລັງ​ແຮງ​ໃນ​ການພັດທະນາ​ເສດຖະກິດ-ສັງຄົມ ​ໃຫ້​ມີ​ການ​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ເປັນຕົ້ນ: ການ​ກໍ່ສ້າງ​ຖະໜົນ​ຫົນທາງ,ຂົວ,ອາຄານ,ການ​ຂຸດ​ຄົ້ນ​ແຮ່​ທາດ,ນ້ຳປະປາ,ກົນ​ຈັກ,ສ້ອມ​ແປງ,ບໍລິການ​ປຸ່ງ​ແຕ່ງ,ການ​ຄົມມະນາຄົມ,ປ້ອງ​ກັນຊາ​ດ,ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ອື່ນໆ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ເຮັດ​​ໃຫ້​ພື້ນຖານ​ໂຄງ​ລ່າງ ​ແລະ ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ມີ​ຄວາມ​ໜັກ


​ແໜ້ນ​ເຂັມ​ແຂງ ຕາມຂວັນທີ່ວ່າ: “ກຳມະບານລາວເຂັ້ມແຂງ,ທັນສະໄໝ,ສາມັກຄີ,ມີວິໄນແລະນໍ້າໃຈສາກົນກໍາມະຊີບ”.

ແນວໃດກໍຕາມ,ສູນກາງສະຫະພັນກໍາມະບານລາວ ຮຽກຮ້ອງມາຍັງການ ນໍາພັກ,ລັດ ແຕ່ລະຂັ້ນ ເອົາໃຈໃສ່ ນໍາພາ-ຊີ້ນຳການຈັດຕັ້ງກໍາມະບານໃນຂັ້ນຂອງຕົນ ໃຫ້ສາມາດປະຕິບັດຕາມພາລະບົດບາດ,ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ປະກົດຜົນເປັນຈິງ; ຮຽກຮ້ອງມາຍັງອົງການຈັດຕັ້ງກໍາມະບານຢູ່ແຕ່ລະຂັ້ນ,ແຕ່ລະບ່ອນ ຈົ່ງເປັນເຈົ້າການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ,ເຂັ້ມງວດ ແລະ ມີປະສິດຕິຜົນສູງ; ຮຽກຮ້ອງໃຫ້ບັນດາສະມາຊິກກໍາມະບານລາວ ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ຖືກຕ້ອງ ແລະ ມີປະສິດຕິຜົນ; ບັນດາກໍາມະກອນ,ຊາວຜູ້ອອກແຮງງານ ຈົ່ງຕັ້ງໜ້າປະຕິ ບັດໜ້າທີ່,ສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ,ມີຜົນສໍາເລັດ ແລະ ມີປະສິດຕິຜົນສູງ.

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们