ຂປລ
* ເພື່ອຫວນຄືນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນສາກົນ ແລະ ຜູ້ອອກແຮງງານລາວ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບແວດລ້ອມທີ່ຊົນຊັ້ນ ກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ.

(ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 140 ປີ 1 ພຶດສະພາ 1886-1 ພຶດສະພາ 2026)
* ເພື່ອຫວນຄືນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນສາກົນ ແລະ ຜູ້ອອກແຮງງານລາວ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບແວດລ້ອມທີ່ຊົນຊັ້ນ ກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດ ປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໄດ້,ຈຳນວນກຳມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ. ພາຍໃຕ້ການປົກ ຄອງຂອງພວກນາຍທຶນ,ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ,ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ,ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນ ອອກແຮງງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ,ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ,ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກ,ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ,ເຮັດໃຫ້ຊີວິດການເປັນຢູ່ທຸກຍາກລໍາບາກ,ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ,ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງ ໄດ້ຈັດຕັ້ງກັນເປັນກຸ່ມ,ເປັນຂະບວນເພື່ອລຸກຮືຂຶ້ນ ຕໍ່ສູ້ກັບຊົນຊັ້ນນາຍທຶນ,ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະເທດອັງກິດໃນປີ 1764 ເພາະປະເທດອັງກິດ ໃນເວລານັ້ນເປັນປະເທດທີ່ຂະຫຍາຍຕົວ ທາງດ້ານອຸດສາຫະກຳໄວກ່ວາໝູ່. ໃນເດືອນພະຈິກ1884 ຢູ່ເມືອງຫລວງຊິກາໂກ ເປັນຈຸດໃຈກາງອຸດສາຫະກຳ ຂອງປະເທດອາເມລິກາ,ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບ ພວກນາຍທຶນຢ່າງຮຸນແຮງ, ຮຽກ ຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ,ຊາວຜູ້ອອກແຮງງານ ທຸກທົ່ວໜ້າກຽມພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ.

ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດ ທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາ ຢູ່ເມືອງຫລວງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນ ຂອງຖະແຫລງການຮຽກຮ້ອງ ໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້,8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ,ບານຕີມໍ,ວໍຊິງຕັນ ແລະ ອື່ນໆ,ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນ ຕ້ອງຮັບຮອງເອົາສິດ ໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ,ວັນທີ 1ພຶດສະພາ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ),ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ,ອາເມລິກາ ແລະ ອາກຊັງຕິນ,ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນ ສາມັກຄີຕໍ່ສູ້ ເພື່ອປະຕິບັດຄຳຂວັນ “ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1/5/1886 ເປັນວັນກຳມະກອນສາກົນ”. ແນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນ,ເປັນວັນລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຕົນ; ປົກປັກຮັກສາສັນຕິພາບໃນທົ່ວໂລກ”.
ນັບແຕ່ມື້ມີວັນກຳມະກອນສາກົນເປັນຕົ້ນມາ,ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນບັນດາປະເທດນາຍທຶນ ແລະ ຫົວເມືອງຂຶ້ນໄດ້ກາຍເປັນກະແສຟອງຢ່າງຟົດເດືອດ ເປັນຕົ້ນແມ່ນພາຍຫລັງການປະຕິວັດເດືອນຕຸລາ ຣັດເຊຍ ສຳເລັດຜົນ ແລະ ພາຍຫລັງການກຳເນີດ “ສະພາແຮງງານສາກົນ” ຂະບວນການກຳມະບານໄດ້ກຳເນີດຂຶ້ນ ແລະ ໄດ້ຂະຫຍາຍຕົວຮອດພາກພື້ນອາຊີ ແລະ ອາເມລິກາ. ຫລັງສົງຄາມໂລກຄັ້ງທີ II,ຂະບວນການກຳມະບານກໍໄດ້ແຜ່ລາມໄປຮອດອາຟຣິກກາ ແລະ ການຕໍ່ສູ້ນັບມື້ນັບມີຫລາຍຮູບຫລາຍສີ ເປັນຕົ້ນ ຂະບວນການຕໍ່ສູ້ຕ້ານທຸກຮູບການກົດຂີ່ຂູດຮີດຂອງບັນດາບໍລິສັດ “ກວມໂລກ” ຂອງພວກນາຍທຶນຕໍ່ສູ້ ເພື່ອທວງໃຫ້ສ້າງພື້ນຖານເສດຖະກິດແບບກຸ້ມຕົນເອງ,ຕ້ານການເປັນລູກໜີ້ຂອງຕ່າງປະເທດ,ຕ້ານອັນທີ່ເອີ້ນວ່າ “ເຂດແລກປ່ຽນແບບເສລີ” ແລະ “ເຂດມີນະໂຍບາຍຕໍ່ສິນຄ້າຂາອອກ”. ຊົນຊັ້ນກຳມະກອນ ແລະ ກຳມະບານຢູ່ຫລາຍປະເທດກຳລັງພັດທະນາ ໄດ້ຮ່ວມກັນກັບບັນດາອົງການຈັດຕັ້ງທີ່ກ້າວໜ້າອື່ນໆ ນຳພາປະຊາຊາດຂອງຕົນໄປຕາມເສັ້ນທາງຂະຫຍາຍຕົວຂອງສັງຄົມນິຍົມ. ໃນສະຖານະການໃໝ່,ບັນດາປະເທດພັດທະນາໃນໂລກໄດ້ໃຫ້ຄວາມສຳຄັນຕໍ່ກັບຊົນຊັ້ນກຳມະກອນ,ໃຫ້ສິດກຳມະກອນມີຫຸ້ນໃນການລົງທຶນທຳການຜະລິດຢູ່ຫົວໜ່ວຍແຮງງານຕ່າງໆ,ໄດ້ເອົາໃຈໃສ່ທາງດ້ານສະຫວັດດີການສັງຄົມ,ການປ້ອງກັນສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ອອກແຮງງານ,ຊົນຊັ້ນກຳມະກອນໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນຳໃຊ້ຜົນຳສເລັດເຕັກໂນໂລຊີທີ່ທັນສະໄໝເຂົ້າສູ່ການຜະລິດ.
ຕະຫລອດໄລຍະຜ່ານມາ,ພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນສາກົນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນແມ່ນຊົນຊັ້ນ ທີ່ນໍາໜ້າຂອງຍຸກສະໄໝ ຕິດພັນກັບພື້ນຖານການຜະລິດ,ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ,ມີຄວາມສາມາດພຽງພໍທີ່ຈະລຶບລ້າງ ລະບອບການພົວພັນສັງຄົມແບບກົດຂີ່ ແລະ ສ້າງສັງຄົມໃໝ່ທີ່ກ້າວໜ້າ ສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການນໍາພາ ຂອງ ພັກກອມມູນິດ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະທານ ໂຮ່ຈີ່ມິງ,ພັກໄດ້ ວາງແນວທາງອັນຖືກຕ້ອງ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນ,ພາຍຫລັງມີພັກນຳພາຂະບວນການ ຕໍ່ສູ້ຂອງປະຊາຊົນ,ຊົນຊັ້ນກໍາມະກອນ,ຜູ້ອອກແຮງງານ 3 ຊາດອິນດູ ຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ. ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະບວນການລຸກຮືຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ,ໄດ້ມີຂະບວນການກຳມະກອນໄຟຟ້າລາວ ເປີດສາກນຳໜ້າພາທາງໃຫ້ ຂະບວນການກຳມະກອນຢູ່ແຫ່ງອື່ນໆ ລຸກຂຶ້ນຕໍ່ສູ້ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ,ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນລາວ,ສາມາດໂຄ້ນລົ້ມລັດ ທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງ,ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາປີ 1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດລາວເຮົາ.
微信扫一扫 立即联系我们