登录以查看您的控制台资源

新闻通稿 SEO营销 媒体监测

联系我们

ສະຫະນະຄອນ ເອມີເຣດ ອາຣັບ ປະກາດຈະຖອນຕົວອອກຈາກ ໂອເປັກ-ກົນໄກໂອເປັກ+

发布:4/30/2026 阅读:4

ຂປລ

ສະຫະນະຄອນ ເອເມເຣັດ ອາຣັບ ປະກາດວ່າ ຈະຖອນຕົວ ອອກຈາກ ກຸ່ມປະເທດ ຜະລິດນ້ຳມັນ ສົ່ງອອກ ເປັນສິນຄ້າ ຫລື ໂອເປັກ ແລະ ກົນໄກ “ໂອເປັກ+” ນັບແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.


ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ວັນ​ທີ 28 ເມ​ສາ​ນີ້,ສະ​ຫະນະຄອນ

ເອເມເຣັດ ອາຣັບ ​ປະ​ກາດ​ວ່າ ຈະ​ຖອນ​ຕົວ​ ອອກ​ຈາກ​ ກຸ່ມ​ປະ​ເທດ​

ຜະ​ລິດ​ນ້ຳ​ມັນ ​ສົ່ງ​ອອກ ​ເປັນ​ສິນ​ຄ້າ ຫລື ​ໂອ​ເປັກ ແລະ ກົນ​ໄກ “ໂອ​ເປັກ+” ນັ​ບ​ແຕ່​ ວັນ​ທີ 1 ພຶດ​ສະ​ພາ 2026 ເປັນ​ຕົ້ນ​ໄປ.

ທ່ານ​

ຊູ​ເຮວ ອັນ ມາ​ສ​ຣູ​ເອ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ພະ​ລັງ​ງານ ແລະ

ພື້ນ​ຖານ​ໂຄງ​ລ່າງ ​ ສະ​ຫະນະຄອນ ເອເມເຣັດ ອາຣັບ ກ່າວ​ວ່າ: ເມື່ອບໍ່ດົນມານີ້

ທີ່​ ສະ​ຫະນະຄອນ ເອເມເຣັດ ອາຣັບ ​ເປັນ​ສະ​ມາ​ຊິກ​ ຂອງ​ ໂອ​ເປັກ ແລະ ກົນ​ໄກ

“ໂອ​ເປັກ+”,ໃນ​ອະ​ນາ​ຄົດ ຄວາມ​ຕ້ອງ​ການ ​ຂອງ​ ໂລກ ​ຕໍ່​ພະ​ລັງ​ງານ​ ຈະ​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ,ໂລກ​ຕ້ອງ​ການ​ ກາ​ນ​ສະ​ ໜອງ​ພະ​ລັງ​ງານ ຫລາຍກວ່າ​ເກົ່າ.

ໂອ​ເປັກ​ ໄດ້​ຮັບ​ການ​ ສ້າງ​ຕັ້ງ​ຂຶ້ນ ​ຢູ່​ນະ​ຄອນຫລວງ ບັກດາດ ​ປະ​ເທດ​ ອີ​ຣັກ​ ໃນ​ເດືອນ​ກັນ​ຍາ​ ປີ 1960,ໂດຍຈຸດ​ປະ​ສົງ ​ແມ່ນ​ເພື່ອ ​​ຜ່ານການ​ ປະ​ສານ​ງານ,ກຳ​ນົດ ​ນະ​ໂຍ​ບາຍ ແລະ ລາ​ຄາ​ ນ້ຳ​ມັນ​ເຊື້ອ​ໄຟ​ ຂອງ​ ປະ​ເທດ ​ສະ​ມາ​ຊິກ​ ຢ່າງ​ເປັນ​ເອ​ກະ​ພາບ​ກັນ,ເພື່ອ​ຮັບ​ປະ​ກັນ​ ຄວາມ​ໝັ້ນ​ຄົງ ​ຂອງ ​ລາ​ຄາ​ນ້ຳ​ມັນ ​ເຊື້ອ​ໄຟ​ ໃນ​ຕະຫລາດ​ສາ​ກົນ./.

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们