登录以查看您的控制台资源

新闻通稿 SEO营销 媒体监测

联系我们

ຟີລິບປິນ ເພີ່ມປະລິມານ ສຳຮອງນໍ້າມັນກະຊວນ ກວ່າ 178 ລ້ານລິດ

发布:4/29/2026 阅读:2

ຂປລ

ກະຊວງ ພະລັງງານ ຂອງ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ໄດ້ເພີ່ມ ປະລິມານສຳຮອງ ນໍ້າມັນກະຊວນ ປະມານ 178,33 ລ້ານລິດ ເພື່ອຊ່ວຍເສີມ ຄວາມເຂັ້ມແຂງ ໃນການສະໜອງ ພາຍໃນປະເທດ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້,ກະຊວງ ພະລັງງານ ຂອງ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ໄດ້ເພີ່ມ ປະລິມານສຳຮອງ ນໍ້າມັນກະຊວນ ປະມານ 178,33 ລ້ານລິດ ເພື່ອຊ່ວຍເສີມ ຄວາມເຂັ້ມແຂງ ໃນການສະໜອງ ພາຍໃນປະເທດ,ໃນຂະນະທີ່ ທາງການຟິລິບປິນ ພວມຮັບມືກັບ ການປ່ຽນແປງ ຂອງ ຕະຫລາດນໍ້າມັນໂລກ ແລະ ຄວາມເຄັ່ງຕຶງ ໃນຕາເວັນອອກກາງ.

ທ່ານ ຊາຣອນ ກາຣິນ ລັດຖະມົນຕີ ກະຊວງ ພະລັງງານ ຟິລິບປິນ ກ່າວເນັ້ນໜັກວ່າ ການນຳເຂົ້າ ນໍ້າມັນກົງເວລາ ມີຄວາມ ສຳຄັນ ຕໍ່ການ ຮັກສາ ລະດັບ ນໍ້າມັນ ເຊື້ອໄຟ ໃນສາງ ສຳຮອງ ແລະ ຍັງຊ່ວຍໃຫ້ ພາກສ່ວນ ສຳຄັນເຊັ່ນ: ການຂົນສົ່ງ,ໂລຈີສະຕິກ,ການຜະລິດ ໄຟຟ້າ,ການກະສິກຳ ແລະ ອຸດສາຫະກຳ ສາມາດ ດຳເນີນງານ ໄດ້ຢ່າງຕໍ່ເນື່ອງ./

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们