ຂປລ
ນັບແຕ່ຕົ້ນປີນີ້ມາ,ການຜະລິດພະລັງງານຂອງ ສປ ຈີນ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ,ການຫັນປ່ຽນຮູບແບບ ການພັດທະນາພະລັງງານ ຕາມທິດສີຂຽວ ໄດ້ກ້າວສູ່ລວງເລິກ ແລະ ຄວາມໝັ້ນຄົງ ດ້ານພະລັງງານເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.

ຂປລ.ຕາມຂ່າວຈາກ ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ27ເມສາປີນີ້,ອົງການພະລັງງານ ແຫ່ງຊາດຈີນ ໄດ້ເຜີຍແຜ່ ຂໍ້ມູນຫຼ້າສຸດວ່າ: ນັບແຕ່ຕົ້ນປີນີ້ມາ,ການຫັນປ່ຽນຮູບແບບ ການພັດທະນາພະລັງງານ ຕາມທິດສີຂຽວ ໄດ້ກ້າວສູ່ລວງເລິກ ແລະ ຄວາມໝັ້ນຄົງ ດ້ານພະລັງງານເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ.ນັບມາຮອດ ທ້າຍເດືອນມີນາປີ 2026,ກຳລັງຕິດຕັ້ງໄຟຟ້າທົ່ວປະເທດ ບັນລຸເຖິງ 3ຕື້ 960 ລ້ານກິໂລວັດ,ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025,ຢືນຢູ່ອັນດັບໜຶ່ງຂອງໂລກ,ກວມເອົາປະມານ 30% ຂອງຍອດປະລິມານກຳລັງຕິດຕັ້ງທົ່ວໂລກ.ໃນໄຕມາດທີ 1 ປີ2026,ປະລິມານການຜະລິດໄຟຟ້າ ດ້ວຍພະລັງງານສະອາດ ເຊັ່ນ: ໄຟຟ້ານ້ຳຕົກ,ໄຟຟ້ານິວເຄລຍ,ໄຟຟ້າພະລັງງານລົມ,ໄຟຟ້າພະລັງງານແສງຕາເວັນ ແລະ ອື່ນໆ ຂອງວິສາຫະກິດ ອຸດສາຫະກຳ ທີ່ມີລາຍຮັບ ຈາກທຸລະກິດຕົ້ນຕໍ ຫຼາຍກວ່າ 20 ລ້ານຢວນຕໍ່ປີ ບັນລຸເຖິງ 700ຕື້ກິໂລວັດໂມງ,ເພີ່ມຂຶ້ນ 2,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025,ກວມເອົາ 33,2% ຂອງວິສາຫະກິດ ອຸດສາຫະກຳດັ່ງກ່າວ. ນັບມາຮອດທ້າຍເດືອນມີນາປີ 2026,ກຳລັງຕິດຕັ້ງເຄື່ອງຈັກ ຜະລິດໄຟຟ້າ ດ້ວຍພະລັງງານລົມ ແລະ ພະລັງງານແສງຕາເວັນຂອງສປ ຈີນ ບັນລຸເຖິງ 1,9 ຕື້ກິໂລວັດ./.
(ບັນນາທິການຂ່າວ:ຕ່າງປະເທດ),ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ
微信扫一扫 立即联系我们