ຂປລ
ເນື່ອງຈາກ ການເຈລະຈາ ສັນຕິພາບ ລະຫວ່າງ ສ.ອາເມລິກາ-ອີຣານ ຕົກຢູ່ໃນສະພາບບໍ່ໄປບໍ່ມາ,ຄຽງຄູ່ກັນນັ້ນ ການຂົນສົ່ງຜ່ານຊ່ອງແຄບ ຮໍມຸສ ຍັງຖືກຈຳກັດຄືເກົ່າ,ການສະໜອງນ້ຳມັນດິບ ໃນໂລກຫຼຸດລົງ ຢ່າງຕໍ່ເນື່ອງ ເຮັດໃຫ້ລາຄານ້ຳມັນ ໃນຕະຫຼາດສາກົນ ເພີ່ມສູງຂຶ້ນ.

ຂປລ.ຕາມຂ່າວຈາກ ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ27ເມສາປີນີ້,ເນື່ອງຈາກການເຈລະຈາ ສັນຕິພາບ ລະຫວ່າງ ສ.ອາເມລິກາ-ອີຣານ ຕົກຢູ່ໃນສະພາບບໍ່ໄປບໍ່ມາ,ຄຽງຄູ່ກັນນັ້ນການຂົນສົ່ງຜ່ານຊ່ອງແຄບ ຮໍມຸສ ຍັງຖືກຈຳກັດຄືເກົ່າ,ການສະໜອງນ້ຳມັນດິບ ໃນໂລກຫຼຸດລົງ ຢ່າງຕໍ່ເນື່ອງເຮັດໃຫ້ລາຄານ້ຳມັນ ໃນຕະຫຼາດສາກົນ ເພີ່ມສູງຂຶ້ນ.ອີງຕາມຕົວເລກ ຂໍ້ມູນສະແດງໃຫ້ເຫັນວ່າ: ລາຄານ້ຳມັນດິບເບຣນທ໌ ທີ່ຊື້ຂາຍລ່ວງໜ້າ ໄດ້ເພີ່ມຂຶ້ນ2,22 ໂດລາສະຫະ ລັດເທົ່າກັບ ເພີ່ມຂຶ້ນ2,11%,ຢູ່ໃນລະດັບ107,55 ໂດລາສະຫະລັດຕໍ່ຖັງ(ບາເລວ). ຂະນະທີ່ ລາຄານ້ຳມັນດິບ ເວັສ ເທັກຊັສ ຫຼືWTIເພີ່ມຂຶ້ນ2,02 ໂດລາສະຫະລັດ,ເທົ່າກັບ ເພີ່ມຂຶ້ນ2,14%,ຢູ່ໃນລະດັບ96,42 ໂດລາຕໍ່ບາເລວ.ຕາມການວິເຄາະ ຕະຫຼາດເຫັນວ່າ: ການຂົນສົ່ງ ຢູ່ເຂດອ່າວເປີເຊຍ ຖືກຈຳກັດບວກກັບ ສະຖານະການເຄັ່ງຕຶງ ທາງພູມສາດການເມືອງໄດ້ກາຍເປັນແຮງກົດດັນ ຕໍ່ການເຕີບໂຕ ຂອງຕະຫຼາດພະລັງງານຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ:ຕ່າງປະເທດ),ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ
微信扫一扫 立即联系我们