登录以查看您的控制台资源

新闻通稿 SEO营销 媒体监测

联系我们

ຫວຽດນາມ ເລັ່ງແຈກເງິນດຶງດູດໃຈໃຫ້ ມີລູກ ເລັ່ງແກ້ໄຂບັນຫາອັດຕາການເກີດຕໍ່າ

发布:4/29/2026 阅读:3

ຂປລ

ກະຊວງ ສາທາລະນະສຸກ ຂອງ ຫວຽດນາມ ສະເໜີໃຫ້ມີ ການຈັດສັນງົບປະມານ ກວ່າ 1,8 ພັນຕື້ດົງ (ສະກຸນເງິນ ຫວຽດນາມ) ຕໍ່ປີ ສຳລັບ ແຈກຢາຍເງິນສົດ ເພື່ອດຶງດູດໃຈ ໃຫ້ປະຊາຊົນ ມີລູກ

ຂປລ.ສຳນັກຂ່າວ ຊິນຮວາລາຍງານວ່າ: ກະຊວງ ສາທາລະນະສຸກ ຂອງ ຫວຽດນາມ ສະເໜີໃຫ້ມີ ການຈັດສັນງົບປະມານ ກວ່າ 1,8 ພັນຕື້ດົງ (ສະກຸນເງິນ ຫວຽດນາມ) ຕໍ່ປີ ສຳລັບ ແຈກຢາຍເງິນສົດ ເພື່ອດຶງດູດໃຈ ໃຫ້ປະຊາຊົນ ມີລູກ,ເນື່ອງຈາກ ຫວຽດນາມ ພວມຜະເຊີນກັບ ພາວະການຈະເລີນພັນຫລຸດລົງ,ຖ້າຫາກໄດ້ຮັບການ ອະນຸມັດ ຈາກລັດຖະບານ ຫວຽດນາມ,ນະໂຍບາຍ ດັ່ງກ່າວ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 1 ກໍລະກົດ ເປັນຕົ້ນໄປ.

ໂດຍນະໂຍບາຍດັ່ງກ່າວ ຈະແຈກເງິນສົດ ຫລື ເງິນໂອນ ຜ່ານທະນາຄານ ຢ່າງໜ້ອຍ 2 ລ້ານດົງ ໃຫ້ແມ່ຍິງຊາວ ຫວຽດນາມ ທີ່ມີ ຄຸນສົມບັດຜ່ານເກນ,ຊຶ່ງຜູ້ຮັບສິດທິ ປະໂຫຍດ ປະກອບດ້ວຍ ແມ່ຍິງ ຈາກກຸ່ມເຊື້ອຊາດພັນ ສ່ວນໜ້ອຍ ທີ່ອາໄສ ຢູ່ໃນພື້ນທີ່ ທີ່ມີ ອັດຕາ ການຈະເລີນພັນຕໍ່າ (ຕໍ່າກວ່າເດັກ 2,1 ຄົນ ຕໍ່ຜູ້ຍິງ 1 ຄົນ) ແລະ ຜູ້ທີ່ມີລູກ 2 ຄົນ ກ່ອນອາຍຸ 35 ປີ. ນອກຈາກນີ້ ກະຊວງ ດັ່ງກ່າວ ຍັງວາງແຜນ ຈັດສັນ ງົບປະມານ ກວ່າ 2 ພັນຕື້ດົງ ຕໍ່ປີ ເພື່ອຮັບຮອງ ການກວດຄັດເລືອກ ພະຍາດ ແຕ່ກຳເນີດ ໃຫ້ເດັກເກີດໃໝ່ ອີກດ້ວຍ./

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们