ຂປລ
ຂປລ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຈີນ ແລະ ລາວ,ທັງເປັນ “ປີແຫ່ງມິດຕະພາບ ຈີນ-ລາວ” ທີ່ສອງປະເທດໄດ້ກໍານົດຮ່ວມກັນ. ຂ້າພະເຈົ້າໄດ້ມາປະຈໍາການຢູ່ນະຄອນຫລວງວຽງຈັນ ເປັນເວລາເກືອບສອງປີແລ້ວ. ພາບຕາເວັນຂຶ້ນຢູ່ແຄມແມ່ນ້ຳຂອງ,ພະທາດຫລວງວຽງຈັນ ແລະ ໝອກຍາມເຊົ້າທີ່ຫລວງພະບາງ ລ້ວນແຕ່ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ.
ຂປລ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຈີນ ແລະ ລາວ,ທັງເປັນ “ປີແຫ່ງມິດຕະພາບ ຈີນ-ລາວ” ທີ່ສອງປະເທດໄດ້ກໍານົດຮ່ວມກັນ. ຂ້າພະເຈົ້າໄດ້ມາປະຈໍາການຢູ່ນະຄອນຫລວງວຽງຈັນ ເປັນເວລາເກືອບສອງປີແລ້ວ. ພາບຕາເວັນຂຶ້ນຢູ່ແຄມແມ່ນ້ຳຂອງ,ພະທາດຫລວງວຽງຈັນ ແລະ ໝອກຍາມເຊົ້າທີ່ຫລວງພະບາງ ລ້ວນແຕ່ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ. ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດ ແມ່ນຄວາມຮູ້ສຶກຜູກພັນອັນເລິກເຊິ່ງລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ທີ່ຂ້າພະເຈົ້າໄດ້ສຳພັດດ້ວຍຕົນເອງເທິງຜືນແຜ່ນດິນແຫ່ງນີ້. ໃນໂອກາດປີທີ່ພິເສດນີ້,ຂ້າພະເຈົ້າຂໍຖືໂອກາດນຳໃຊ້ບົດຄວາມນີ້ ເພື່ອຮ່ວມທົບທວນ ຄືນມິດຕະພາບ ແລະ ໂອ້ລົມເຖິງອະນາຄົດຮ່ວມກັບເພື່ອນມິດທັງເກົ່າ ແລະ ໃໝ່ຊາວລາວ.
ສຸພາສິດຂອງຈີນໄດ້ກ່າວວ່າ: “ຜູ້ທີ່ຮຽນສຳນັກດຽວກັນເອີ້ນວ່າໝູ່,ຜູ້ທີ່ມີອຸດົມການດຽວກັນເອີ້ນວ່າສະຫາຍ”,ການມີອຸດົມການດຽວກັນແມ່ນພື້ນຖານອັນເລິກເຊິ່ງທີ່ສຸດ ທີ່ເຮັດໃຫ້ມິດຕະພາບຂອງສອງປະເທດຍືນຍົງຄົງຕົວ. ເມື່ອ 65 ປີກ່ອນ,ຈີນ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນຢ່າງເປັນທາງການ,ຜູ້ນຳຮຸ່ນອາວຸໂສ ເຊັ່ນ: ສະຫາຍ ເໝົາ ເຈີຕຸງ,ສະຫາຍ ໂຈວ ເອິນໄຫລ ແລະ ສະຫາຍ ໄກສອນ ພົມວິຫານ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດອັນເລິກເຊິ່ງ,ເຊິ່ງໄດ້ວາງຮາກຖານອັນໜັກແໜ້ນທີ່ບໍ່ສາມາດສັ່ນຄອນໄດ້ໃຫ້ແກ່ມິດຕະພາບທີ່ສືບທອດກັນມາຫລາຍເຊັ່ນຄົນຂອງສອງປະເທດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ່ຜ່ານມາ,ໃນຂະນະທີ່ປະຊາຊົນລາວກຳລັງຜ່ານຜ່າໄລຍະເວລາອັນຫຍຸ້ງຍາກໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ,ປະເທດຈີນໄດ້ຈັດສົ່ງຄະນະຊ່ຽວຊານທາງການທະຫານ,ໜ່ວຍກໍ່ສ້າງທາງ,ໜ່ວຍປ້ອງກັນອາກາດ ແລະ ພະນັກງານການທູດ ລວມທັງໝົດຫລາຍກວ່າ
ໜຶ່ງແສນຄົນ ມາປະຕິບັດໜ້າທີ່ຊ່ວຍເຫລືອລາວ,ໂດຍໄດ້ຮ່ວມທຸກຮ່ວມສຸກ ແລະ ຄຽງບ່າຄຽງໄຫລ່ກັບປະຊາຊົນລາວ. ວິລະຊົນຊາວຈີນຫລາຍຮ້ອຍສະຫາຍໄດ້ເສຍສະລະຊີວິດຢູ່ເທິງຜືນແຜ່ນດິນລາວ,ໃນນັ້ນ 215 ສະຫາຍ ໄດ້ເສຍສະລະຊີວິດ ແລະ ຝັງຢູ່ທີ່ສຸສານວິລະຊົນຈີນ 3 ແຫ່ງ ໃນ ສປປ ລາວ. ຢູ່ທີ່ນະຄອນໜານໜິງ,ກວາງຊີ ທີ່ຫ່າງໄກອອກໄປຫລາຍພັນກິໂລແມັດ,ລູກຫລານນັກປະຕິວັດລາວຫລາຍລຸ້ນຄົນ ໄດ້ໄປສຶກສາຮ່ຳຮຽນ ແລະ ເຕີບໃຫຍ່ຢູ່ໃນໂຮງຮຽນ "67" ທີ່ປະເທດຈີນສ້າງຂຶ້ນສະເພາະສຳລັບພວກເຂົາ,ເຊິ່ງໄດ້ໃຊ້ເວລາໃນຊ່ວງໄວທີ່ສຳຄັນທີ່ສຸດຂອງຊີວິດຢູ່ນັ້ນ. ຜືນແຜ່ນດິນຈະຈົດຈຳ,ວິນຍານອັນພິລະອາດຫານຈະຄົງຢູ່ຕະຫລອດໄປ,ປະຫວັດສາດໜ້ານີ້ຈະຖືກຈາລຶກໄວ້ໃນຄວາມຊົງຈຳຮ່ວມກັນຂອງປະຊາຊົນສອງຊາດຕະຫລອດການ.
ຕະຫລອດໄລຍະ 65 ປີທີ່ຜ່ານມາ,ມິດຕະພາບທີ່ເປັນມູນເຊື້ອແບບສະຫາຍ ກໍຄື ອ້າຍນ້ອງທີ່ເປັນສັງຄົມນິຍົມລະຫວ່າງ ຈີນ-ລາວ ໄດ້ຜ່ານການທົດສອບຈາກການປ່ຽນແປງຂອງຍຸກສະໄໝ ແລະ ສະພາບການສາກົນ,ຍິ່ງດົນຍິ່ງ
ແໜ້ນແຟ້ນ,ຍິ່ງດົນຍິ່ງໃໝ່. ໂດຍສະເພາະໃນຊຸມປີມໍ່ໆມານີ້,ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດຈີນ ແລະ ຜູ້ນຳສູງສຸດຂອງລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທາງດ້ານຍຸດທະສາດໃນການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ,ພ້ອມທັງໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຮ່ວມກັນເຖິງ 2 ຄັ້ງ ໃນປີ 2019 ແລະ 2023 ເຊິ່ງເປັນການກຳນົດທິດທາງລວມ ແລະ ແຕ້ມພາບແຜນວາດອັນໃໝ່ສຳລັບການຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດ,ຊີ້ນຳໃຫ້ສາຍພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະການຂະຫຍາຍຕົວຢ່າງໄວວາ ແລະ ກ້າວເຂົ້າສູ່ຍຸກສະໄໝໃໝ່. ໃນເດືອນກັນຍາ ປີ 2025,ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່,ປະທານປະເທດລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນອີກຄັ້ງ ໃນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ,ຄຸນນະພາບສູງ ແລະ ລະດັບສູງ ເຊິ່ງເປັນການຊີ້ທິດເຍືອງທາງ ແລະ ສີດຢາກະຕຸ້ນອັນແຂງແຮງໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍພາຍໃຕ້ສະພາບການ
ໃໝ່.
ພາຍໃຕ້ການຊີ້ນຳຂອງຜູ້ນຳສູງສຸດຂອງທັງສອງຝ່າຍ,ການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ໃນຖານະທີ່ເປັນໂຄງການສັນຍະລັກແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ,ປະສິດທິຜົນຂອງ “ຊ່ອງທາງຄຳ” ຂອງທາງລົດໄຟ ຈີນ-ລາວ ຍັງສືບຕໍ່ປະກົດຜົນເປັນຈິງຢ່າງຕໍ່ເນື່ອງ,ໂດຍໄດ້ຂົນສົ່ງຜູ້ໂດຍສານສະສົມຫລາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 80 ລ້ານໂຕນ ເຊິ່ງບໍ່ພຽງແຕ່ຊ່ວຍຊຸກຍູ້ໃຫ້ລາວຫັນປ່ຽນຈາກ “ປະເທດບໍ່ມີຊາຍແດນຕິດຈອດກັບທະເລ” ກາຍເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດ”,ແຕ່ຍັງເປັນການຍົກລະດັບການເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນຢ່າງຫລວງຫລາຍ. ປະເທດຈີນ ຍັງຄົງເປັນແຫລ່ງທຶນຕ່າງປະເທດ ແລະ ປະເທດສົ່ງອອກອັນດັບໜຶ່ງຂອງລາວຫລາຍປີຕິດຕໍ່ກັນ,ໂດຍມີມູນຄ່າການລົງທຶນສະສົມຢູ່ລາວຫລາຍກວ່າ 18 ຕື້ໂດລາສະຫະລັດ ແລະ ໃນປີ 2025 ມູນຄ່າການຄ້າສອງຝ່າຍບັນລຸເຖິງ 9,82 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 125% ເມື່ອທຽບໃສ່ປີ 2021 ທີ່ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ. ບັນດາໂຄງການຊ່ວຍເຫລືອ ເຊັ່ນ: “8 ໂຄງການໃຫຍ່ຊ່ວຍເຫລືອລາວ”,ໂຮງໝໍມະໂຫສົດ ແລະ ອື່ນໆ ໄດ້ປະກົດຜົນເປັນຈິງໃນທົ່ວປະເທດລາວ,ເຮັດໃຫ້ໝາກຜົນແຫ່ງການຮ່ວມມື ຈີນ-ລາວ ໄດ້ເອື້ອອຳນວຍຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫລາຍຂຶ້ນ. ປຶ້ມ “ສີ ຈິ້ນຜິງ,ກ່ຽວກັບການບໍລິຫານລັດ ແລະ ການປົກຄອງ”,“ຫລຸດພົ້ນອອກຈາກຄວາມທຸກຍາກ” ສະບັບພາສາລາວ ໄດ້ຖືກພິມຈຳໜ່າຍຢູ່ລາວ,ສ່ວນປຶ້ມປະຕິວັດຄລາສສິກຂອງລາວ ເຊັ່ນ: “ຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ”,“ສອງເອື້ອຍນ້ອງ” ກໍໄດ້ຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍຢູ່ຈີນເປັນຄັ້ງທຳອິດ,ການແປປຶ້ມແລກປ່ຽນເຊິ່ງກັນ ແລະ ກັນ ໄດ້ສ້າງຂົວຕໍ່ແຫ່ງຄວາມຮູ້ສຳລັບການສົນທະນາທາງດ້ານອະລິຍະທຳຂອງສອງປະເທດ. ຊາວໜຸ່ມລາວນັບມື້ນັບຫລາຍຂຶ້ນໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຈີນ,ແລະ ຊາວໜຸ່ມຈີນກໍໄດ້ມາສຶກສາຢູ່ລາວ,ກາຍເປັນຜູ້ສືບທອດ ແລະ ຜູ້ຊຸກຍູ້ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ-ລາວ. ກິດຈະກຳຕ່າງໆ ໃນ “ປີແຫ່ງມິດຕະພາບ ຈີນ-ລາວ” ປີນີ້ ມີຄວາມ
ຫ ລາກຫລາຍສີສັນ,ທັງການບັນຍາຍຫົວຂໍ້ຕ່າງໆ,ການສະແດງສິລະປະ-ວັນນະຄະດີ,ການແລກປ່ຽນຊາວໜຸ່ມ... ພາບເຫດການທີ່ມີຊີວິດຊີວາເຫລ່ົານີ້ ໄດ້ເຮັດໃຫ້ຈິດໃຈຂອງປະຊາຊົນສອງຊາດໃກ້ຊິດກັນຫລາຍຂຶ້ນ.
ຄວາມໝາຍຂອງການພັດທະນາສາຍພົວພັນ ຈີນ-ລາວ ບໍ່ພຽງແຕ່ເປັນການຕ່າງຝ່າຍຕ່າງມີຜົນປະໂຫຍດໃນລະດັບສອງຝ່າຍເທົ່ານັ້ນ,ແຕ່ຍັງເປັນການຮ່ວມກັນສີດຢາກະຕຸ້ນພະລັງງານທາງບວກໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ. ຜະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງຂອງໂລກໃນຮອບຮ້ອຍປີ,ຈີນ ແລະ ລາວ ຍາມໃດກໍຢືນຢູ່ຄຽງຂ້າງຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນຢ່າງໜັກແໜ້ນ,ຈັບມືກັນຊຸກຍູ້ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ,ຄຽງບ່າຄຽງໄຫລ່ກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນອາຊີຕາເວັນອອກ,ຮ່ວມກັນຊຸກຍູ້ການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ,ຂໍ້ລິເລີ່ມຄວາມປອດໄພທົ່ວໂລກ,ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການຄຸ້ມຄອງທົ່ວໂລກ,ພ້ອມທັງຮ່ວມກັນຕໍ່ຕ້ານລັດທິຄອງຄວາມເປັນໃຫຍ່ ແລະ ການເມືອງແບບໃຊ້ອຳນາດບາດຍາ. ການປະສານງານທາງດ້ານຍຸດທະສາດທີ່ກ້າວຂ້າມຂອບເຂດສອງຝ່າຍນີ້,ບໍ່ພຽງແຕ່ເປັນການສະແດງອອກຢ່າງມີຊີວິດຊີວາຂອງຈິດໃຈຄູ່ຮ່ວມຊາຕາກຳ ຈີນ-ລາວ ເທົ່ານັ້ນ,ແຕ່ຍັງເປັນການພິສູດດ້ວຍການກະທຳວ່າ: ການໄປມາຫາສູ່ກັນລະຫວ່າງປະເທດກັບປະເທດ ບໍ່ພຽງແຕ່ສາມາດສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ກັນແລະກັນ,ແຕ່ຍັງສາມາດປະກອບສ່ວນທາງດ້ານສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສ້າງລະບຽບການສາກົນທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນຫລາຍຂຶ້ນ.
ປີນີ້ແມ່ນປີທີ່ມີຄວາມໝາຍສໍາຄັນຂອງ ສປປ ລາວ ແລະ ສປ ຈີນ. ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ເລີ່ມຕົ້ນຂຶ້ນ ເຊິ່ງເປັນການກ້າວເຂົ້າສູ່ໄລຍະເວລາອັນສຳຄັນໃນການວາງຮາກຖານອັນໜັກແໜ້ນ ແລະ ການລະດົມກຳລັງຢ່າງຮອບດ້ານ ເພື່ອບັນລຸການຫັນເປັນທັນສະໄໝແບບສັງຄົມນິຍົມໂດຍພື້ນຖານ. ສ່ວນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ໄຂຂຶ້ນຢ່າງສະຫງ່າງາມ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລາວ ກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ເຊິ່ງເປັນການກ້າວເດີນບາດກ້າວໃໝ່ໄປສູ່ເປົ້າ
ໝາຍການສະເຫລີມສະຫລອງວັນສ້າງຕັ້ງພັກຄົບຮອບ 100 ປີ ໃນປີ 2055. ເສັ້ນທາງການກໍ່ສ້າງສັງຄົມນິຍົມຂອງສອງປະເທດໄດ້ມາບັນຈົບກັນຢູ່ທີ່ນີ້ ເຊິ່ງເປັນຊ່ວງເວລາທີ່ດີທີ່ສຸດໃນການຈັບມືກັນລົງເລິກການຮ່ວມມື ແລະ ຮ່ວມກັນວາງແຜນອະນາຄົດຂອງສາຍພົວພັນສອງຝ່າຍ.
ຝ່າຍຈີນ ຍິນດີຮ່ວມກັບຝ່າຍລາວ ໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງ ໜັກແໜ້ນ,ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບຂອງສອງປະເທດ,ຖອດຖອນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການປະຕິຮູບ ແລະ ການຄົ້ນຄວ້າການກໍ່ສ້າງສັງຄົມນິຍົມ,ແລະ ຮັດແໜ້ນການໄປມາຫາສູ່ກັນລະຫວ່າງພັກ,ລັດຖະບານ,ອົງການນິຕິບັນຍັດ ແລະ ທ້ອງຖິ່ນ. ຜະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງໃນຮອບຮ້ອຍປີທີ່ພວມເລັ່ງຕົວຂຶ້ນ,ພວກເຮົາຍິ່ງຕ້ອງສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ,ເພີ່ມທະວີການສື່ສານ ແລະ ການປະສານງານໃນກົນໄກຫຼາຍຝ່າຍ,ຮ່ວມກັນຊຸກຍູ້ໃຫ້ຂໍ້ລິເລີ່ມທົ່ວໂລກຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ,ແລະ ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດກຳລັງພັດທະນາ.
ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການເຊື່ອມຈອດຍຸດທະສາດການພັດທະນາ,ນຳໃຊ້ປະໂຫຍດຈາກ “ຊ່ອງທາງຄຳ” ຂອງທາງລົດໄຟ ຈີນ-ລາວ ຢ່າງເຕັມສ່ວນ,ຊຸກຍູ້ການຈັດຕັ້ງປະຕິບັດ “ການກວດກາຈຸດດຽວ” ໃຫ້ເກີດຂຶ້ນໂດຍໄວ,ເປີດກວ້າງຮູບແບບການພັດທະນາກວມລວມ “ທາງລົດໄຟ+”,ເພື່ອຂັບເຄື່ອນການເຕົ້າໂຮມຂອງອຸດສາຫະກຳ ແລະ ການພັດທະນາເສດຖະກິດຕາມແລວທາງລົດໄຟ. ປະເທດຈີນຍິນດີນຳເຂົ້າສິນຄ້າກະສິກຳທີ່ມີຄຸນນະພາບສູງຂອງລາວຫລາຍຂຶ້ນ,ລົງເລິກການຮ່ວມມືໃນຂົງເຂດການພັດທະນາສີຂຽວ,ເສດຖະກິດດີຈິຕອນ,ພະລັງງານສະອາດ ແລະ ອື່ນໆ,ຊ່ວຍເຫລືອຝ່າຍລາວໃນການເລັ່ງລັດການຫັນປ່ຽນພະລັງງານ ແລະ ຮັບມືກັບຄວາມຜັນຜວນຂອງຕະຫລາດພະລັງງານສາກົນໄດ້ດີຂຶ້ນ. ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫລືອເພື່ອຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ,ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫລາຍຂຶ້ນ.
ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການລົງເລິກການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ,ຈັດຕັ້ງບັນດາກິດຈະກຳສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ “ປີແຫ່ງມິດຕະພາບ ຈີນ-ລາວ” ໃຫ້ດີ,ຮັດແໜ້ນການໄປມາຫາສູ່ກັນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນໃນທຸກຂົງເຂດ,ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນຂອງຊາວໜຸ່ມ,ເພື່ອໃຫ້ມິດຕະພາບ ຈີນ-ລາວ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນ. ສົ່ງເສີມເພື່ອນມິດຊາວລາວໃຫ້ເດີນທາງໄປສຶກສາ,ທ່ອງທ່ຽວ ແລະ ເຮັດວຽກຢູ່ປະເທດຈີນຫຼາຍຂຶ້ນ,ແລະ ພີ່ນ້ອງຊາວຈີນໃຫ້ເດີນທາງມາປະເທດລາວ ເພື່ອສຳຜັດກັບສະເໜ່ອັນເປັນເອກະລັກຂອງດິນແດນແຫ່ງນີ້ຫຼາຍຂຶ້ນເຊັ່ນກັນ.
ເພື່ອນມິດຊາວລາວມັກກ່າວສະເໝີວ່າ: “ຕົ້ນໄມ້ດີມີໃບ,ທັງໃຜ່ດີມີມິດ”. ຄົນຈີນກໍມີຄຳກ່າວທີ່ວ່າ: “ຕົ້ນນ້ຳທີ່ຍາວໄກຍ່ອມໄຫລໄດ້ຍາວນານ,ຮາກທີ່ເລິກຍ່ອມມີກິ່ງງ່າທີ່ອຸດົມສົມບູນ”. ໄລຍະເວລາ 65 ປີ,ສຳລັບສາຍນ້ຳແຫ່ງປະຫວັດສາດແລ້ວ ກໍເປັນພຽງແຕ່ໄລຍະເວລາສັ້ນໆພຽງກະພິບຕາ,ແຕ່ສຳລັບມິດຕະພາບ ຈີນ-ລາວ ທີ່ມີອຸດົມການຮ່ວມກັນ ຍິ່ງຜ່ານການເວລາໄປເທົ່າໃດ ກໍຍິ່ງຫອມຫວນຊວນດື່ມດ່ຳ. ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ,ມິດຕະພາບ ຈີນ-ລາວ ບໍ່ມີມື້ສິ້ນສຸດ,ບາດກ້າວທີ່ຍ່າງຄຽງບ່າຄຽງໄຫລ່ກັນ ຈະຕ້ອງກ້າວຂ້າມພູຜາປ່າດົງ,ເພື່ອຮ່ວມກັນກ້າວໄປສູ່ໄລຍະ 65 ປີຕໍ່ໜ້າທີ່ງົດງາມກວ່າເກົ່າ ແລະ ສືບຕໍ່ປະກອບສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າເຂົ້າໃນພາລະກິດອັນສູງສົ່ງແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.
ໂດຍ: ທ່ານຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ
微信扫一扫 立即联系我们