ຂປລ
ງານເຜີຍແຜ່ປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ຄຸ້ມຄອງລັດ” ເຫຼັ້ມທີ 5 ສະບັບພາສາອັງກິດໄດ້ຈັດຂຶ້ນຢູ່ນະຄອນຫລວງ ຈາກາຕາ ປະເທດອິນໂດເນເຊຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 28 ມີນານີ້,ງານເຜີຍແຜ່ປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ຄຸ້ມຄອງລັດ” ເຫຼັ້ມທີ 5 ສະບັບພາສາອັງກິດໄດ້ຈັດຂຶ້ນຢູ່ນະຄອນຫລວງ ຈາກາຕາ ປະເທດອິນໂດເນເຊຍ.ໃນງານດັ່ງກ່າວ,ຝ່າຍ ສປ ຈີນ ໄດ້ມອບປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງ ປະເທດ ແລະ ຄຸ້ມຄອງລັດ” ເຫລັ້ມທີ 5 ສະບັບ ພາສາອັງກິດ ໃຫ້ແກ່ແຂກ ອິນໂດເນເຊຍ. ບັນດາຜູ້ຊ່ຽວຊານ ແລະ ນັກວິຊາການ ທີ່ເຂົ້າຮ່ວມງານ ໄດ້ສົນທະນາ ແລະ ແລກ ປ່ຽນກັນ ໂດຍສຸມໃສ່ ຫົວຂໍ້ຕ່າງໆເຊັ່ນ: ໂອກາດການພັດທະນາ ໃນໄລຍະແຜນພັດທະນາເສດຖະກິດ-ສັງຄົມແຫ່ງ 5 ປີຄັ້ງທີ 15 ຂອງ ສປ ຈີນ,ຄວາມທັນສະໄໝຮ່ວມກັນ,ບົດຮຽນໃນການຫລຸດຜ່ອນ ຄວາມທຸກຍາກ ແລະ ອື່ນໆ.ງານຄັ້ງນີ້ ຮ່ວມເປັນເຈົ້າພາບຈັດຂຶ້ນ ໂດຍຫ້ອງການຖະແຫລງຂ່າວ ຂອງລັດຖະບານຈີນ,ກະຊວງການເຄື່ອນຍ້າຍ ຂອງປະຊາກອນອິນໂດເນເຊຍ,ອົງການ ພິມຈຳໜ່າຍ ພາສາຕ່າງປະເທດຂອງ ສປຈີນ ແລະ ສະຖານທູດຈີນ ປະຈຳ ອິນໂດເນເຊຍ. ແຂກທີ່ມີກຽດຂອງ ສປ ຈີນ ແລະ ອິນໂດເນເຊຍ,ຜູ້ແທນຈາກວົງການຕ່າງໆເຊັ່ນ: ການພິມຈຳໜ່າຍ,ຄັງປັນຍາ,ສື່ມວນຊົນ ແລະອື່ນໆປະມານ 200 ທ່ານໄດ້ເຂົ້າຮ່ວມ./.
(ບັນນາທິການຂ່າວ:ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ
微信扫一扫 立即联系我们