登录以查看您的控制台资源

新闻通稿 SEO营销 媒体监测

联系我们

ສັນຍາການຄ້າເສລີຕະຫລາດຮ່ວມກຸ່ມ ການຄ້າຂອງອາເມລິກາໃຕ້-ສະຫະພາບ ເອີຣົບ ຈະປະຕິບັດໃນຕົ້ນເດືອນໜ້າ

发布:4/29/2026 阅读:2

ຂປລ

ທ່ານ ລູ​ອິ​ສ ອີ​ນາ​ຊີ​ໂອ ລູ​ລາ ດາ ຊິນ​ວາ ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ​ ໄດ້​ລົງ​ນາມ ​ໃນ​ລັດ​ຖະ​ດຳ​ລັດ​ ທີ່​ທຳ​ນຽບ ​ປະ​ທາ​ນາ​ທິ​ບໍດີ ໂດຍ​ອະ​ນຸ​ມັດ​ ໃຫ້​​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຕະ​ຫລາດ​ຮ່ວມ​ກຸ່ມ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາໃຕ້-ສະ​ຫະ​ພາບ​ເອີ​ຣົບ​ ຢູ່ບ​ຣາ​ຊິນ ​ນັບ​ແຕ່​ວັນ​ທີ 1 ພຶດ​ສະ​ພາ 2026 ເປັນ​ຕົ້ນ​ໄປ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນ​ທີ28 ເມ​ສາ​ນີ້,ທ່ານລູ​ອິ​ສອີ​ນາ​ຊີ​ໂອລູ​ລາດາຊິນ​ວາປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ​ ໄດ້​ລົງ​ນາມ ​ໃນ​ລັດ​ຖະ​ດຳ​ລັດ​ທີ່​ທຳ​ນຽບ ​ປະ​ທາ​ນາ​ທິ​ບໍດີໂດຍ​ອະ​ນຸ​ມັດ​ ໃຫ້​​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຕະ​ຫລາດ​ຮ່ວມ​ກຸ່ມ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາໃຕ້-ສະ​ຫະ​ພາບ​ເອີ​ຣົບ​ ຢູ່ບ​ຣາ​ຊິນ ​ນັບ​ແຕ່​ວັນ​ທີ1 ພຶດ​ສະ​ພາ2026 ເປັນ​ຕົ້ນ​ໄປ.ໃນ​ພິ​ທີ​ລົງ​ນາມ​ດັ່ງ​ກ່າວ,ທ່ານລູ​ລາຢືນ​ຢັນ​ວ່າ: ສັນ​ຍາ​ສະ​ບັບ​ນີ້ ​ໄດ້​ເພີ່ມ​ທະ​ວີ​ແນວ​ຄວາມ​ຄິດ​ ລັດ​ທິ​ຫລາ​ຍ​ຝ່າຍ,ເປັນ​ການ​ຕອບ​ໂຕ້ ​ຕໍ່​​ມາດ​ຕະ​ການ​ແບບ​ລັດ​ທິ ​ຝ່າຍ​ດຽວ​ຂອງ ອາ​ເມ​ລິກາ​ເຊັ່ນ: ເພີ່ມ​ພາ​ສີ ​ຕໍ່​ຫລາຍ​ປະ​ເທດ​ ເປັນ​ຕົ້ນ.ຜ່ານ​ການ​ເຈ​ລະຈາມາ ​ເປັນ​ເວ​ລາ​ຫລາຍກວ່າ25 ປີ,​ສັນ​ຍາ​ການ​ຄ້າ​ເສ​ລີ​ຕະ​ຫລາດ​ຮ່ວມກຸ່ມ​ ການ​ຄ້າ​ຂອງ​ອາ​ເມ​ລິ​ກາໃຕ້-ສະ​ຫະ​ພາບ​ເອີ​ຣົບ ໄດ້​ຮັບ​ກາ​ນ​ລົງ​ນາມ​ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ17 ມັງ​ກອນ2026 ຢູ່​ນະ​ຄອນ​ຫລວງ​ ອາ​ຊູງ​ຊັນ​ປະ​ເທດ​ ປາ​ຣາ​ກວາຍ. ພາຍ​ຫລັງ​ ສັນ​ຍາ​ດັ່ງ​ກ່າວ​ ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ​ ຈະ​ປົກ​ຄຸມ​ຕະ​ຫລາດ ​ທີ່​ມີ​ປະ​ຊາ​ກອນ​ຫລາຍກວ່າ700 ລ້ານ​ຄົນ./.

(ບັນນາທິການຂ່າວ:ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们