ຂປລ
ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້,ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນ ໄດ້ບັນລຸເຖິງ 9ຕື້ກວ່າຢວນ,ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ29 ເມສານີ້,ສະຫະພັນ ການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດເຜີຍຂໍ້ມູນ ການຈໍລະຈອນສິນຄ້າ ໃນໄຕມາດທີ1ປີນີ້ເຊິ່ງສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້,ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນ ໄດ້ບັນລຸເຖິງ9ຕື້ກວ່າຢວນ,ເພີ່ມຂຶ້ນ6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ຈັງຫວະ ການເຕີບໂຕໄດ້ເພີ່ມຂຶ້ນ0,5%. ນັບແຕ່ເດືອນມັງກອນ ຫາເດືອນມີນາປີນີ້,ຍອດມູນຄ່າ ການຈໍລະຈອນສິນຄ້າ ອຸດສາຫະກຳໄດ້ເພີ່ມຂຶ້ນ5,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ໄດ້ປະກອບສ່ວນ ຫລາຍກວ່າ80% ຂອງການເຕີບໂຕ ດ້ານຍອດມູນຄ່າ ການຈໍລະຈອນສິນຄ້າ ໃນສັງຄົມແລະຍັງຄົງເປັນແຮງຂັບເຄື່ອນຕົ້ນຕໍໃນການຊຸກຍູ້ການເຕີບໂຕ ດ້ານຄວາມຕ້ອງການການຈໍລະຈອນສິນຄ້າ ໃນສັງຄົມ. ນອກນີ້,ຍອດມູນຄ່າການຈໍລະຈອນສິນຄ້າ ຂອງກົມກອງແລະພົນລະເມືອງໄດ້ເພີ່ມຂຶ້ນ6,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.ໄຕມາດທີ1 ປີນີ້,ປະລິມານການຈໍລະຈອນສິນຄ້າ ນຳເຂົ້າປະເພດທີ່ຊື້-ຂາຍກັນ ໃນຈຳນວນຫລວງຫລາຍເຊັ່ນ: ຜະລິດຕະພັນພະລັງງານ,ແຮ່ໂລຫະເປັນຕົ້ນນັບລວມແລ້ວໄດ້ເພີ່ມຂຶ້ນ9,4% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ./.
(ບັນນາທິການຂ່າວ:ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ
微信扫一扫 立即联系我们