登录以查看您的控制台资源

新闻通稿 SEO营销 媒体监测

联系我们

ກອງປະຊຸມເຈົ້າໜ້າທີ່ອາວຸໂສງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 23

发布:4/29/2026 阅读:2

ຂປລ

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຝ່າຍ​ຮ່ວມ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ລວມມີ​: ພາກ​ສ່ວນເສດ​ຖະ​ກິດ​ການ​ຄ້າ​ຂອງ​ ສປ ຈີນ ​ແລະ ​ປະ​ເທດ ສະ​ມາ​ຊິກ​ອາ​ຊຽນ,ກອງ​ເລ​ຂາ​ອາ​ຊຽນ​ເປັນ​ຕົ້ນ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ ສະ​ຖານ​ທູ​ດ ແລະ ສະ​ຖານ​ກົງ​ສຸນ ​ປະ​ເທດ​ສະ​ມາ​ຊິກ ​ອາ​ຊຽນ ​ປະ​ຈຳ​ຈີນ,ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ ສປ ຈີນ ​ແລະ​ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ ​ຄັ້ງ​ທີ23.

/

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນ​ທີ27 ເມ​ສາ​ນີ້,ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຝ່າຍ​ຮ່ວມ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ລວມມີ​: ພາກ​ສ່ວນເສດ​ຖະ​ກິດ​ການ​ຄ້າ​ຂອງ​ ສປ ຈີນ ​ແລະ ​ປະ​ເທດ ສະ​ມາ​ຊິກ​ອາ​ຊຽນ,ກອງ​ເລ​ຂາ​ອາ​ຊຽນ​ ເປັນ​ຕົ້ນພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ ສະ​ຖານ​ທູ​ດແລະສະ​ຖານ​ກົງ​ສຸນ ​ປະ​ເທດ​ສະ​ມາ​ຊິກ ​ອາ​ຊຽນ ​ປະ​ຈຳ​ຈີນ,ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ ສປ ຈີນ ​ແລະ​ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ ຄັ້ງ​ທີ23.ກະ​ຊວງ​ການ​ຄ້າ​ ແລະ​ ອຸດ​ສາ​ຫະ​ກຳ​ຕີ​ມໍ​ເລັ​ສ​ເຕ​ໄດ້​ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ນີ້ ​ເປັນ​ເທື່ອ​ທຳ​ອິດເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັ​ນ​ວ່າຝ່າຍ​ຮ່ວມ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ມີ​ສະ​ມາ​ຊິກ​ເພີ່ມ​ໃໝ່​ແລ້ວ.ກອງ​ປະ​ຊຸມ​ຄັ້ງ​ນີ້ ​ຍັງ​ໄດ້​ຈັດ​ພິ​ທີ​ຈົກ​ສະ​ຫລາກ ​ເພື່ອ​ເລືອກບ່ອນຕັ້ງ​ເຂດ​ວາງ​ສະ​ແດງ“ເມືອງ​ແຫ່ງ​ສະ​ ເໜ່ ”​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ23. ຕ​າມ​ຂ່າວ​ແຈ້ງ​ໃຫ້ຮູ້​ວ່າ: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ ​ອາ​ວຸ​ໂສ​​ແມ່ນ​ສ່ວນ​ໜຶ່ງ​ທີ່ສຳ​ຄັນ​ ຂອງ​ກົນ​ໄກ​ຮ່ວມ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ. ການ​ທີ່ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ ​ອາ​ວຸ​ໂສ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ໝາຍ​ເຖິງ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ23 ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ປຸກ​ລະ​ດົມກຳ​ລັງ​ຢ່າງ​ຮອບ​ດ້ານ​ແລະ​ເລັ່ງ​ກະ​ກຽມ​ຄວາມ​ພ້ອມ​ແລ້ວ./.

(ບັນນາທິການຂ່າວ:ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们