登录以查看您的控制台资源

新闻通稿 SEO营销 媒体监测

联系我们

ລົດໄຟດ່ວນຈີນ-ເອີຣົບສາຍກາງໃນປີນີ້ ແລ່ນໄດ້ຫລາຍກວ່າ 1.500 ຂະບວນ

发布:4/29/2026 阅读:3

ຂປລ

ນັບ​ມາ​ຮອດ ​ວັນ​ທີ 27 ເມ​ສາ​​ນີ້,ຈຳ​ນວນ​ການແລ່ນ​ລົດຂອງ​ຂະ​ບວນ​ລົດ​ໄຟ​ດ່ວນ​ຈີນ-ເອີ​ຣົບ​ສາຍ​ກາງ​ພາຍ​ໃນ​ປີ 2026 ມີ​ເຖິງ 1.515 ຂະ​ບວນ,ເພີ່ມ​ຂຶ້ນ 19,7% ເມື່ອ​ທຽບ​ໃສ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025 ແລະ ໄດ້​ຂົນ​ສົ່ງ​ສິນ​ຄ້າ 144.900 ຕູ້​ມາດ​ຕະ​ຖານ,ເພີ່ມ​ຂຶ້ນ12,3%.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ພາກ​ສ່ວນ​ທາງ​ລົດ​ໄຟ​ຈີນ ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ ​ວັນ​ທີ 27 ເມ​ສາ​​ນີ້,3%.ດ່ານທາງ​ລົດ​ໄຟ​ເອີ້ຫລຽນ​ຮ້າວ​ເທີ້ ແມ່ນ​ດ່ານ​ເຂົ້າ​ອອກ​ເມືອງ​ພຽງ​ແຫ່ງ​ດຽວ​ ຂອງ​ຂະ​ບວນ​ລົດ​ໄຟ​​ດ່ວນຈີນ-ເອີ​​ຣົບ​ສາຍ​ກາງ. ປັດ​ຈຸ​ບັນ ມີ​ເສັ້ນ​ທາງ​​ແລ່ນ​ລົດ 75 ສາຍ​ທີ່​ສາ​ມາດ​ໄປ​ເຖິງ 10 ກວ່າ​ປະ​ເທດ ເຊິ່ງ​ລວມ​ທັງ​ເຢຍ​ລະ​ມັນ ແລະ ໂປໂລຍ ແລະ 70 ກວ່າສະ​ຖາ​ນີສູນ​ກາງ​ຂົນ​ສົ່ງ. ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ ມີ​ຂອບ​ເຂດ​ການ​ບໍ​ລິ​ການກວມ​ເຖິງ​ຕົວ​ເມື​ອງຕົ້ນ​ທາງ​ສ່ວນ​ໃຫຍ່​ຂອງ​ຂະ​ບວນ​ລົດ​ໄຟ​ດ່ວນ​ຈີນ-ເອີ​ຣົບ. ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ ​ການ​​ບໍ​ລິ​ການ​ຂອງ​ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ ​ເທື່ອ​ລະ​ກ້າວ,​ຄວາມຫລາກຫລາຍ ແລະ ໂຄງ​ປະ​ກອບ​ຂອງ​ສິນ​ຄ້າ ​ຂ້າມ​ຊາຍ​ແດນ​ ໄດ້​ຮັບ​ການ​ປັບ​ປຸງ ແລະ ຍົກ​ລະ​ດັບ​ສູງ​ຂຶ້ນ​ຢ່າ​ງ​ຕໍ່​ເນື່ອງ. ພາຍຫລັງ ​​ສົ່ງ​ເສີມ​​ການປະ​ຕິ​ບັດຮູບ​ແບບ “​ຜ່ານ​ດ່ານທາງ​ລົດ​ໄຟ ​ຢ່າງວ່ອງ​ໄວ”,ຄາດ​ວ່າ​ເວ​ລາ​ການ​ຜ່ານ​ດ່ານ​ຈະຫລຸດ​ລົງ​ເຫລືອ​ປະ​ມານ 30 ນາ​ທີ​ເທົ່າ​ນັ້ນ./.

(ບັນນາທິການຂ່າວ:ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ:ສະໄຫວ ລາດປາກດີ

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们