登录以查看您的控制台资源

新闻通稿 SEO营销 媒体监测

联系我们

ເຂົ້າຕົ້ມ ອາຫານພື້ນເມືອງລາວທີ່ຕິດພັນກັບວັດທະນະທຳອັນດີງາມຂອງຊາດ

发布:4/29/2026 阅读:2

ຂປລ

ຂປລ. ເຂົ້າຕົ້ມ ອາຫານພື້ນເມືອງທີ່ມີຄວາມສຳຄັນທີ່ສຸດໃນວິຖີຊີວິດຂອງຄົນລາວ,ມັນບໍ່ພຽງແຕ່ເປັນຂອງກິນຫລິ້ນ,ແຕ່ຍັງເປັນສິ່ງທີ່ເຊື່ອມໂຍງກັບວັດທະນະທຳ ແລະ ສາສະໜາຢ່າງແໜ້ນແຟ້ນ.

ຂປລ. ເຂົ້າຕົ້ມ ອາຫານພື້ນເມືອງທີ່ມີຄວາມສຳຄັນທີ່ສຸດໃນວິຖີຊີວິດຂອງຄົນລາວ,ແຕ່ຍັງເປັນສິ່ງທີ່ເຊື່ອມໂຍງກັບວັດທະນະທຳ ແລະ ສາສະໜາຢ່າງແໜ້ນແຟ້ນ. ໃນວັດທະນະທຳລາວ,ເຂົ້າຕົ້ມ ບໍ່ແມ່ນພຽງແຕ່ອາຫານ ຫລື ເຂົ້າໜົມເທົ່ານັ້ນ,ແຕ່ມັນຍັງເປັນສັນຍະລັກຂອງ ຄວາມສາມັກຄີ,ຄວາມກະຕັນຍູ ແລະ ສາຍໄຍໃນຄອບຄົວ ທີ່ຝັງເລິກຢູ່ໃນວິຖີຊີວິດ ແລະ ປະເພນີມາຢ່າງຍາວນານ.

ຄຳວ່າ “ເຂົ້າຕົ້ມ” ຖ້າຈະນິຍາມໃຫ້ເຫັນພາບຊັດເຈນທີ່ສຸດໃນວັດທະນະທຳລາວ ມັນແມ່ນອາຫານທີ່ສະທ້ອນເຖິງວິຖີຊີວິດ ໂດຍແບ່ງອອກເປັນ 2 ຄວາມໝາຍໃຫຍ່ໆ ຄື: ເຂົ້າຕົ້ມ ທີ່ເປັນ “ເຂົ້າໜົມ”ແມ່ນການເອົາເຂົ້າໜຽວ ມາປຸງລົດຊາດ ແລ້ວຫໍ່ດ້ວຍໃບຕອງ (ຫລື ໃບໄມ້ຊະນິດອື່ນ) ໃຫ້ເປັນຮູບຊົງຕ່າງໆ ແລ້ວນຳໄປຕົ້ມ ຫລື ໜຶ້ງໃຫ້ສຸກແລະ ມີໄສ້ຢູ່ທາງໃນ ເຊັ່ນ: ກ້ວຍ,ຖົ່ວ,ຫລື ໝູ ເຫລົ່ານີ້ເປັນຕົ້ນ.ແນວໃດກໍດີ,ເຂົ້າຕົ້ມໄດ້ຕິດພັນກັບວິຖີຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງລາວເຮົາມາແຕ່ດົນນານ ເຊິ່ງສ່ວນຫລາຍຈະນິຍົມເຮັດເຂົ້າຕົ້ມໃນງານສຳຄັນທາງສາສະໜາ,​ງານພິທີກຳຕ່າງໆ ເຊັ່ນ: ພິທີຂຶ້ນເຮືອນໃໝ່,ງານເຮືອນດີ,ບຸນຫໍ່ເຂົ້າປະດັບດິນ,ຫໍ່ສະຫລາກ,ບຸນເຂົ້າພັນສາ- ອອກພັນສາ ແລະ ບຸນອື່ນໆ ທີ່ຕິດພັນກັບວັດທະນະທຳຮີດຄອງປະເພນີຂອງລາວ. ສຳລັບເຂົ້າຕົ້ມ ທີ່ເປັນ “ອາຫານຄາວ” ແມ່ນການເອົາ ເຂົ້າຈ້າວ ມາຕົ້ມໃສ່ນ້ຳໃຫ້ເມັດເຂົ້າບານອ່ອນນຸ້ມ ແຕ່ຍັງຄົງຮູບຮ່າງເປັນເມັດ (ເຂົ້າປ່ຽກເຂົ້າ) ນິຍົມຮັບປະທານເປັນອາຫານເຊົ້າ ຫລື ອາຫານສຳລັບຜູ້ປ່ວຍ.

ຂັ້ນຕອນການເຮັດເຂົ້າຕົ້ມ­ໄສ້ກ້ວຍ ແມ່ນໜຶ່ງໃນສູດຍອດນິຍົມທີ່ສຸດ ເຊິ່ງມີຂັ້ນຕອນການເຮັດດັ່ງນີ້: ກະກຽມສ່ວນປະສົມ: ເຂົ້າໜຽວ 500 ກຣາມ (ແຊ່ນ້ຳໄວ້ປະມານ 3-4 ຊົ່ວໂມງ ແລ້ວລ້າງໃຫ້ສະອາດ); ຫົວກະທິ: 400-500 ມິນລີລິດ; ນ້ຳຕານຊາຍ: 150-200 ກຣາມ (ປັບຄວາມຫວານໄດ້ຕາມໃຈມັກ); ເກືອ: 1-1.5 ບ່ວງກາເຟ; ກ້ວຍນ້ຳສຸກ: 1 ຫວີ (ປອກເປືອກແລ້ວຜ່າເຄິ່ງຕາມລວງຍາວ); ຖົ່ວດຳ: 100 ກຣາມ (ແຊ່ນ້ຳຂ້າມຄືນ ແລະ ຕົ້ມໃຫ້ສຸກເປື່ອຍ); ໃບຕອງ ແລະ ຕອກ: ສຳລັບຫໍ່ ແລະ ມັດ (ໃບຕອງຄວນຕາກແດດ ຫລື ລົນໄຟໃຫ້ອ່ອນກ່ອນ).

ການຜັດເຂົ້າ: ຕັ້ງໝໍ້ໃສ່ຫົວກະທິ,ເກືອ ແລະ ນ້ຳຕານຊາຍລົງໄປ ຄົນໃຫ້ລະລາຍ,ພໍນ້ຳກະທິເລີ່ມຟົດໃຫ້ໃສ່ເຂົ້າໜຽວທີ່ສະເດັດນ້ຳແລ້ວລົງໄປຜັດ ດ້ວຍໄຟອ່ອນໄປເລື້ອຍໆ ຈົນເຂົ້າໜຽວດູດນ້ຳກະທິແຫ້ງ ແລະ ເຂົ້າເລີ່ມມີຄວາມໃສ (ບໍ່ຕ້ອງໃຫ້ເຂົ້າສຸກຄັກ) ຈາກນັ້ນປິດໄຟແລ້ວພັກໄວ້ໃຫ້ອຸ່ນ.

ການຫໍ່ເຂົ້າຕົ້ມ: ວາງໃບຕອງ 2 ຊັ້ນ (ຊັ້ນໃຫຍ່ຢູ່ລຸ່ມ,ຊັ້ນນ້ອຍຢູ່ເທິງ) ໂດຍເອົາດ້ານເນື້ອໃບຕອງເຂົ້າຫາກັນ,ຕັກເຂົ້າໜຽວທີ່ຜັດແລ້ວວາງລົງ,ຕາມດ້ວຍກ້ວຍ 1 ປ່ຽງ ແລະ ຖົ່ວດຳ; ຕັກເຂົ້າໜຽວປິດທັບໜ້າກ້ວຍອີກເທື່ອໜຶ່ງ,ແລ້ວພັບໃບຕອງຫໍ່ໃຫ້ແໜ້ນເປັນຮູບຊົງຍາວ.

ການມັດ ແລະ ໜຶ້ງ: ເອົາເຂົ້າຕົ້ມ 2 ຫໍ່ມາປະກົບກັນ ແລ້ວໃຊ້ຕອກມັດຫົວ ແລະ ທ້າຍໃຫ້ແໜ້ນ (ຮ້ອງວ່າ ເຂົ້າຕົ້ມມັດ),ແຕ່ປັດຈຸບັນຫລາຍໆຄອບຄົວນິຍົມເຮັດເຂົ້າຕົ້ມແບບບໍ່ໄດ້ມັດ ແລ້ວແຕ່ຄວາມມັກຂອງໃຜລາວ,ຫລັງຈາກຫໍ່ເຂົ້າຕົ້ມສຳເລັດແລ້ວ ກໍນຳໄປໜຶ້ງໃນໝໍ້ຊຶ້ງດ້ວຍໄຟແຮງ ປະມານ 45 ນາທີ ຫາ 1 ຊົ່ວໂມງ ຈົນເຂົ້າໜຽວສຸກນຸ່ມ ແລະ ໃບຕອງປ່ຽນສີ ຫລັງຈາກນັ້ນ ປະໄວ້ໃຫ້ເຢັນລົງເລັກນ້ອຍກ່ອນຈະແກ້ກິນ ເພື່ອໃຫ້ເຂົ້າໜຽວເຊັດຕົວໄດ້ດີ.

KPL

传播你的梦想,是我的使命

精准触达,高效发声,让每一次发布都有回响,把专业的事,交给专业的人,助你专注核心,我们搞定传播。

微信扫一扫 立即联系我们