ຂປລ
ຂປລ. ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມໃນລະຫວ່າງ ວັນທີ 14-17 ເມສາ 2026 ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ທ່ານ ໂຕ ເລິມ ໄດ້ໄປຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ອາຊຽນ ທີ່ເມືອງໜານໜິງ,ແຂວງກວາງຊີ ແລະ ໄດ້ສຳຜັດກັບແວ່ນຕາສື່ສານທາງໄກ AI
ຂປລ. ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມໃນລະຫວ່າງ ວັນທີ 14-17 ເມສາ 2026 ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່ ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫລາຍປະເທດໃນໂລກ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕ ເລິມ ໃນຖານະຕຳແໜ່ງສູງສຸດຂອງພັກ,ລັດ ສສ ຫວຽດນາມ; ຫລັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີ ຈິ້ນຜິງ ຄົບຮອບ 1 ປີ. ຜູ້ນໍາລະດັບສູງສອງປະເທດ ຂອງ ສສ ຫວຽດນາມ-ສປ ຈີນ ໄດ້ພົບປະແລກປ່ຽນໃນຫລາຍບັນຫາທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມທັງຊອກວິທີຮັບມື ເພື່ອຄວາມໝັ້ນຄົງຂອງຊາດ ແລະ ເພື່ອສັນຕິພາບຂອງໂລກ.
ໃນໂອກາດພົບປະຂອງການນໍາຂັ້ນສູງ ສສ ຫວຽດນາມ ແລະ ຈີນ ຄັ້ງນີ້,ຍັງໄດ້ເຊັນສັນຍາຮ່ວມມືກັນຫລາຍສະບັບ ກວມເອົາດ້ານການເມືອງ,ການທະຫານ,ເສດຖະກິດ,ວິທະຍາສາດເຕັກໂນໂລຊີ,ອິນເຕີເນັດ,ຂໍ້ມູນ,ປັນຍາປະດິດ ແລະ ອື່ນໆ. ບັນດາເອກະສານທີ່ໄດ້ເຊັນກັນ ລວມມີແຜນການຮ່ວມມືລະຫວ່າງພັກກອມມູນິດຈີນ ແລະ ພັກກອມມູນິດຫວຽດນາມ (2026) ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ (2026-2030) ສັນຍາຮ່ວມມືລະຫວ່າງກົມສາກົນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກະຊວງການຕ່າງປະເທດຫວຽດນາມ,ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືພາຍໃຕ້ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ. ໃບຢັ້ງຢືນການມອບໂອນລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນ ຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ຂອງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ.ສັນ ຍາລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານພາສີ ແລະ ການຊ່ວຍເຫລືອດ້ານການບໍລິຫານ,ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສາທາລະນະລັດປະຊາຊົນຈີນ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ດີຈິຕອນ.ອະນຸສັນຍາລະຫວ່າງກະຊວງຄວາມໝັ້ນຄົງສາທາລະນະຂອງສາທາລະນະລັດ ປະຊາຊົນ ຈີນ ແລະ ກະຊວງຄວາມໝັ້ນຄົງສາທາລະນະຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການສ້າງຕັ້ງ,ການດຳເນີນງານ ແລະ ການບຳລຸງຮັກສາສາຍດ່ວນລະດັບລັດຖະມົນຕີ. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຍຸຕິທຳແຫ່ງສາທາລະນະລັດປະຊາຊົນຈີນ ແລະ ກະຊວງຍຸຕິທຳແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສຢູ່ຕາມຊາຍແດນ,ບົດບັນທຶກການປະຊຸມກວດກາສະຖານທີ່ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການສ້ອມແປງ ແລະ ບຳລຸງຮັກສາພະລາຊະວັງມິດຕະພາບ ຫວຽດນາມ-ຈີນ ແລະ ເຊັນບົດບັນທຶກອື່ນໆອີກລວມທັງໝົດ 32 ສະບັບ.
ການຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ຍັງໄດ້ໄປຢ້ຽມຢາມເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ດ້ວຍລົດໄຟຄວາມໄວສູງ. ໄດ້ໄປຢ້ຽມຢາມມະຫາວິທະຍາໄລກວາງຊີ,ຢ້ຽມຊົມສະຖານທີ່ເກົ່າຂອງໂຮງຮຽນ Guangxi Nanning Yucai (ເມື່ອກ່ອນແມ່ນເຂດໂຮງຮຽນສູນກາງຫວຽດນາມ),ສໍາຄັນອີກອັນໜຶ່ງຍັງໄດ້ເຊັນບົດທຶກລະຫວ່າງກວາງຊີ ຄະນະກຳມະການເຂດປົກຄອງຕົນເອງ ຈ້ວງ ຂອງພັກກອມມູນິດຈີນ ແລະ ຄະນະກຳມະການພັກກອມມູນິດຫວຽດນາມ ຂອງແຂວງກວາງນິງ,ລ້າງເຊີນ,ກາວບັງ,ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການຝຶກອົບຮົມ (2026-2027). ກ່ຽວກັບການຍົກລະດັບດ່ານຊາຍແດນສອງຝ່າຍ ອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ. ແຂວງກວາງຊີ ເປັນແຂວງທີ່ມີທີ່ຕັ້ງສໍາຄັນທີ່ສຸດ ເປັນແຂວງດຽວຂອງປະເທດທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນທັງທາງບົກ ແລະ ທາງທະເລ,ມີຊາຍຝັ່ງທະເລຫລາຍກວ່າ 1.600 ກິໂລແມັດ,ພື້ນທີ່ທະເລປະມານ 40.000 ຕາລາງກິໂລແມັດ ແລະ ເກາະດອນຫລາຍກວ່າ 600 ເກາະ. ກວາງຊີ ເປັນເຂດອຸດສາຫະກໍາຊັ້ນນໍາຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ແມ່ນເຫລັກ,ເຫລັກກ້າ,ອາຫານ,ລົດຍົນ ແລະ ຂໍ້ມູນເອເລັກໂຕຣນິກ,ມີວິສາຫະກິດອຸດສາຫະກຳຫລາຍກວ່າ 10.000 ແຫ່ງ ທີ່ມີຂະໜາດໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະ ເທດໃນການຜະລິດລົດຕັກເຕີ,ການຜະລິດຍານພາຫະນະພະລັງງານໃໝ່. ວິສາຫະກິດຊັ້ນນຳເຊັ່ນ BYD ແລະ Huayi Brothers ກໍ່ມີຖານຜະລິດຂະໜາດໃຫຍ່ເພື່ອສົງອອກ.
ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ແມ່ນຂີດໝາຍເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່: ສສ ຫວຽດນາມເຂົ້າສູ່ສັງກາດໃໝ່ໃນການພັດທະນາຫລັງຈາກຜົນສຳເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ຄັ້ງທີ 14. ສປ ຈີນ ກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15; ສະແດງໃຫ້ເຫັນການໃຫ້ບຸລິມະສິດຂອງ 2 ຝ່າຍກໍຄື ຄວາມຕັດສິນໃຈໃນການພັດທະນາສາຍພົວພັນສອງຝ່າຍ.ການຢ້ຽມຢາມນີ້ເປັນໂອກາດທີ່ສຳຄັນໃນການຍົກລະດັບສາຍພົວພັນຍຸດທະສາລະຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດທິດທາງ ແລະ ຄວາມກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ,ການລົງທຶນ,ການທ່ອງທ່ຽວ,ການສຶກສາ,ການຝຶກອົບຮົມ,ວິທະຍາສາດ ແລະ ເຕັກໂນໂລຊີ. ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ,ສົ່ງເສີມແກ້ໄຂຄວາມແຕກຕ່າງ ແລະ ອຸປະສັກທີ່ຍັງຄ້າງຄາ,ເພີ່ມທະວີການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ,ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ສໍາລັບການຢ້ຽມແຂວງກວາງຊີ ຂອງທ່ານ ໂຕ ເລິມ ຍ້ອນເປັນແຂວງດຽວຂອງຈີນ ທີ່ມີຊາຍແດນທາງບົກ ແລະ ທາງທະເລຕິດກັບຫວຽດນາມ. ເປັນປ່ອງຢ້ຽມຊາຍແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ,ເໝືອນດັ່ງ ຈີນ ແລະ ອາຊຽນ. ຈະເປັນການສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການຮ່ວມມືໃນຫລາຍດ້ານ,ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາ. ເພີ່ມທະວີມິດຕະພາບ,ຄວາມສາມັກຄີ,ການຮ່ວມມື,ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະກອບສ່ວນໃນການສ້າງຊຸມຊົນພາກພື້ນຍຸດທະສາດລະດັບສູງ - ຊຸມຊົນຮ່ວມອະນາຄົດ ສສ ຫວຽດນາມ-ຈີນ.
ໂດຍ:ວັນໄຊ ຕະວິນຍານ
微信扫一扫 立即联系我们